• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາວິສາຫະກິດ, ອົງການການເງິນແຖວໜ້າ ກາຕາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີໃຫ້ JTA ສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ ແລະ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ນຳບັນດານັກລົງທຶນ ກາຕາ ເວົ້າສະເພາະ ແລະ ຕ່າງປະເທດເວົ້າລວມທີ່ມີຄວາມສາມາດບົ່ມຊ້ອນມາລົງທຶນຢູ່ ຫວຽດນາມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Sheikh Faisal bin Qassim Al Thani, ປະທານສະຫະສະມາຄົມ, ພ້ອມທັງເປັນປະທານກຸ່ມບໍລິສັດ Al Faisal Holding)

 ໃນລາຍການໄປຢ້ຽມຢາມລັດ ກາຕາ ຢ່າງເປັນທາງການ, ຕອນບ່າຍວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ໂດຮາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Amir Ali Salemi, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດລົງທຶນ ແລະ ໃຫ້ຄຳປຶກສາສາກົນ JTA. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີໃຫ້ JTA ສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ ແລະ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ນຳບັນດານັກລົງທຶນ ກາຕາ ເວົ້າສະເພາະ ແລະ ຕ່າງປະເທດເວົ້າລວມທີ່ມີຄວາມສາມາດບົ່ມຊ້ອນມາລົງທຶນຢູ່ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານພິທີມອບບົດບັນທຶກຂໍ້ຕົກລົງຮ່ວມມືຄົ້ນຄວ້າການລົງທຶນເຂົ້າໂຄງການສະໜາມກິລາຄົບວົງຈອນ ແລະ ສວນສາທາລະນະຫົວເລື່ອງສະເພາະ, ສວນສະໝຸດ ດົງແອັງ ລະຫວ່າງ T&T ແລະ JTA.

 ທີ່ການຕ້ອນຮັບຄະນະວິສາຫະກິດ ກາຕາ, ໂດຍທ່ານ Sheikh Faisal bin Qassim Al Thani, ປະທານສະຫະສະມາຄົມ, ພ້ອມທັງເປັນປະທານກຸ່ມບໍລິສັດ Al Faisal Holding ນຳໜ້າ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງຂໍ້ມູນ ໃຫ້ບັນດາວິສາຫະກິດໃຫຍ່ຂອງ ກາຕາ ຊາບກ່ຽວກັບໝາກຜົນການພົບປະສົນທະນາ, ເຈລະຈາຂອງນາຍົກລັດຖະມົນຕີ ຫວຽດນາມ ກັບ ພະບາດສົມເດັດພະເຈົ້າມະຫາຊີວິດ ກາຕາ, ນາຍົກລັດຖະມົນຕີ ກັບການນຳ ກາຕາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳໜຶ່ງ. ສະໜອງບັນດາບັນຊີລາຍຊື່ໂຄງການບຸລິມະສິດທີ່ຮຽກຮ້ອງການລົງທຶນຂອງ ຫວຽດນາມ ໄປເຖິງປະຊາຄົມວິສາຫະກິດ ກາຕາ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top