• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ

      ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມຖາມຂ່າວນັກຮຽນຢູ່ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ
ດິ້ງຮວາ (ພາບ: ກະຊວງສຶກສາ ແລະ ການກໍ່ສ້າງ)
      ຕອນຄ່ຳວັນທີ 3 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຖ໊າຍງວຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີກອງປະຊຸມກັບການນຳແຂວງ ຖ໊າຍງວຽນ ແລະ ເຮັດວຽກກັບການນຳກວ່າ 200 ຕາແສງ, ເທດສະບານເມືອງ, ເມືອງ, ນະຄອນ ໃນບໍລິເວນແຂວງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີ ຈົ່ງສືບຕໍ່ຄົ້ນຄວ້ານະໂຍບາຍສຳລັບເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ ແລະ ພິເສດແມ່ນ ນະໂຍບາຍສຳລັບເດັກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮ່ຳຮຽນຂອງລູກຫຼານພໍ່ແມ່ພີ່ນ້ອງບັນດາເຜົ່າ, ຮັບປະກັນຄວາມຍຸຕິທຳທາງສັງຄົມໃນການສຶກສາ. ທ່ານກ່າວວ່າ:
        ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ. ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ຈົນສຸດຄວາມສາມາດ, ໃຫ້ບຸລິມະສິດແກ່ການລົງທຶນພັດທະນາການສຶກສາບຳລຸງສ້າງສຳລັບເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນທະເລໝູ່ເກາະ, ເຂດຫ່າງໄກສອກຫຼີກ ແລະ ບັນດາເປົ້າໝາຍນະໂຍບາຍ. ໄລຍະຜ່ານມາ, ໂຮງຮຽນມັດທະຍົມກິນນອນຊົນເຜົ່າແຫ່ງຕ່າງໆ ໄດ້ຢັ້ງຢືນໄດ້ຈຸດດີໃນລະບົບການສຶກສາເທື່ອລະກ້າວ ແລະ ນີ້ກໍແມ່ນການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ”.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top