• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39

      ຕອນບ່າຍວັນທີ 18 ກັນຍາ. ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39 ທີ່ດຳເນີນຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມ
ກອງປະຊຸມ ASEANAPOL 39 (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກສະເໜີໃຫ້ບັນດາປະເທດສະມາຊິກ ASEANAPOL ເພີ່ມທະວີການຮ່ວມມືສືບສວນ, ມ້າງທຳລາຍຄະດີທີ່ມີລັກສະນະຂ້າມຊາດໃຫ້ຫຼາຍກ່ວາອີກ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ປະສົບການໃນການຕໍ່ສູ້, ຕ້ານ ແລະ ສະກັດກັ້ນອາດຊະຍາກຳດ້ວຍຈິດໃຈຮັບຜິດຊອບສູງມີຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ສະມັກຄີກັນເພື່ອອາຊຽນເອກະພາບ ແລະ ວັດທະນາຖາວອນ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ກອງປະຊຸມ ASEANAPOL 39 ສືບຕໍ່ປຶກສາຫາລືບັນດາຢ່າງເຂັ້ມງວດ, ຍົກອອກບັນດາມາດຕະການທີ່ເປັນໄປໄດ້ເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງກຳລັງຕຳຫຼວດບັນດາປະເທດອາຊຽນໃນໄລຍະຈະມາເຖິງ.
        ທ່ານນາຍົກລັດຖະມົນຕີກໍ່ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການເພີ່ມທະວີ, ເປີດກວ້າງການຮ່ວມມືກັບເພື່ອນມິດສາກົນໃນຫຼາຍຂົງເຂດ. ຫວຽດນາມໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກ ສປຊເລືອກຕັ້ງເປັນກຳມະການບໍ່ປະຈຳການສປຊ ອາຍຸການ 2020 – 2021; ຫວຽດນາມກໍ່ຈະເປັນປະທານອາຊຽນໃນປີ 2020.
        ຕ່າງໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39, ທ່ານພົນເອກ Muhammad Tito Karnavian , ຜູ້ບັນຊາການຕຳຫຼວດແຫ່ງຊາດ ອິນໂດເນເຊຍ, ກ່າວເຖິງບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນພາກພື້ນ. ພ້ອມທັງຢັ້ງຢືນວ່າ ຜ່ານການຍູ້ແຮງການຮ່ວມມື, ຜ່ານກົນໄກ ASEANAPOL, ການຮັບປະກັນຄວາມສະຫງົບປອດໄພ, ຄວາມໝັ້ນຄົງໃນພາກພື້ນ, ບັນດາປະເທດອາຊຽນຈະມີເງື່ອນໄຂພັດທະນາເສດຖະກິດ. ທ່ານເຊື່ອໝັ້ນວ່າ ການຈັດຕັ້ງກອງປະຊຸມຄັ້ງນີ້ຈະເປັນຂີດໝາຍໃນການເຄື່ອນໄຫວຂອງ ASEANAPOL.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top