• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ

ຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່່າໂນ້ຍ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ (1949 – 2019). ເຂົ້າຮ່ວມເຫດການ ຍັງມີການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄູອາຈານ ແລະ ນັກຮຽນຍຸວະຊົນການທະຫານລຸ້ນຕ່າງໆໃນທົ່ວປະເທດ ເກືອບ 500 ຄົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບອະດີດນັກຮຽນຂອງໂຮງຮຽນຍຸວະຊົນການທະຫານ (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ປະຫວັດສາດຂອງຊາດຮັບຮູ້ບັນດາການປະກອບສ່ວນຂອງນັກຮຽນຍຸວະຊົນການທະຫານລຸ້ນຕ່າງໆຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຖືວ່າ ການສ້າງຕັ້ງໂຮງຮຽນຍຸວະຊົນການທະຫານໃນສະພາບທີ່ປະເທດມີຄວາມຫຍຸ້ງຍາກ, ຂາດເຂີນ ແລະ ກໍາລັງເກີດສົງຄາມນັ້ນ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ ແລະ ປະທານໂຮ່ຈີມິນ ກ່ຽວກັບການບໍາລຸງສ້າງແຫຼ່ງພະນັກງານໃຫ້ແກ່ປະເທດຊາດ. ມາຮອດປັດຈຸບັນ, ຍຸວະຊົນການທະຫານລຸ້ນຕ່າງໆ ຍັງຄົງສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອໄດ້ເຫັນລຸ້ນພະນັກງານທີ່ມີຄຸນສົມບັດດີ, ມີຄວາມເກັ່ງກ້າສາມາດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ. ຍຸວະຊົນການທະຫານນັບພັນຄົນໃນທົ່ວປະເທດ ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກ, ຂອງປະຊາຊົນ. ນັ້ນແມ່ນມູນເຊື້ອອັນດີງາມຂອງຊາດ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ອະດີດຍຸວະຊົນການທະຫານ ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກ, ລັດ ແລະ ຍຸວະຊົນການທະຫານ, ສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງປະຊາຊົນ, ສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂວງ ແລະ ສວຍງາມກວ່າ ຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ. 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top