• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາ ຫວຽດນາມ

ວັນທີ 05 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ.

ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ (ພາບ: TTXVN)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ມີສາຍພົວພັນອັນແໜ້ນແຟ້ນ ແລະ ມີປະສິດທິຜົນກັບບັນດາອົງການຈັດຕັ້ງການເງິນໃຫຍ່ໃນໂລກ, ໃນນັ້ນ ມີທະນາຄານໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ສືບຕໍ່ພັດທະນາອຸດສາຫະກໍາຕາມທິດເຕັກໂນໂລຢີສູງ ແລະ ປາດຖະໜາວ່າ ທະນາຄານໂລກ ຈະໃຫ້ຄໍາປຶກສາ, ປະກອບຄໍາຄິດເຫັນໃຫ້ລັດຖະບານຫວຽດນາມໃນຂົງເຂດນີ້.

        ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີຫວຽດນາມ, ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ ໄດ້ຍົກອອກບາງບັນຫາ ສໍາຄັນໃນການຮ່ວມມືທີ່ກ່ຽວຂ້ອງ.  ກໍເນື່ອງໃນໂອກາດນີ້, ທ່ານ Ousmane Dione ກໍໄດ້ສົ່ງບົດລາຍງານສະບັບຫຼ້າສຸດກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ ຂອງຫວຽດນາມ ເຊິ່ງທະນາຄານໂລກຫາກໍປະຕິບັດສໍາເລັດ ໃຫ້ແກ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຜ່ານນັ້ນປະກອບສ່ວນຊ່ວຍລັດຖະບານຫວຽດນາມມີການຕີລາຄາທີ່ຊັດເຈນກວ່າ ກ່ຽວກັບທິດທາງການພັດທະນາໃນໄລຍະຈະມາເຖິງ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານ Chey Tae Won ປະທານກຸ່ມບໍລິສັດ SK ຂອງ ສ.ເກົາຫຼີ. 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top