• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ: ຂອບຂະໜາດ, ຄຸນນະທາດ ແລະ ພູມປັນຍາຂອງ ຫວຽດນາມ ໄດ້ສະແດງອອກໃນປີ ອາຊຽນ 2020

      ຂອບຂະໜາດ, ຄຸນນະທາດ ແລະ ພູມປັນຍາຂອງ ຫວຽດນາມ ໄດ້ສະແດງອອກໃຫ້ເຫັນໃນປີ ອາຊຽນ 2020.
        ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບຄະນະກຳມະການແຫ່ງຊາດ ອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ປີ 2020, ອາຊຽນ ແລະ ໂລກ ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ “ກ່ຳປັນ ອາຊຽນ” ໂດຍ ຫວຽດນາມ ເປັນຜູ້ພາທາງ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງໝັ້ນແກ່ນ. ຂອບຂະໜາດ, ຄຸນນະທາດ ແລະ ພູມປັນຍາຂອງ ຫວຽດນາມ ໄດ້ສະແດງອອກໃຫ້ເຫັນໃນປີ ອາຊຽນ 2020:

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ:VGP)
      ດ້ວຍເຈດຈຳນົງອົງອາດກ້າແກ່ນ, ມີຄວາມຕັດສິນໃຈສູງ ແລະ ມີການກະທຳຢ່າງເຂັ້ມແຂງຂອງທັງປະຊາຄົມ ອາຊຽນ, ການຮ່ວມມືຢ່າງມີປະສິດທິຜົນຂອງບັນດາຄູ່ຮ່ວມມື ແລະ ການນຳພາທີ່ໜັກແໜ້ນຂອງ ຫວຽດນາມ, ເມືອຫວນຄືນ, ພວກເຮົາພ້ອມກັນປະກາດຢ່າງເອກອ້າງທະນົງໃຈວ່າ ປີປະທານ ອາຊຽນ 2020 ໄດ້ປະສົບຜົນສຳເລັດຢ່າງຮອບດ້ານ ແລະ ແທດຈິງ ທີ່ສຸດ. ນັ້ນແມ່ນຜົນສຳເລັດກ່ຽວກັບຄຸນນະພາບດ້ານເນື້ອໃນ ແລະ ຈຳນວນເອກະສານທີ່ໄດ້ຮັບການຮັບຮອງເອົາ, ມີຫຼາຍຂໍ້ລິເລີ່ມ ແລະ ການໃຫ້ບຸລິມະສິດຂອງ ຫວຽດນາມ ໄດ້ກາຍເປັນຊັບສົມບັດລວມຂອງ ອາຊຽນ. ທີສອງແມ່ນຜົນສຳເລັດໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ວຽກງານພິທີການ. ທີສາມແມ່ນ, ສຳເລັດການໂຄສະນາພາບພົດຂອງປະຊາຄົມ ອາຊຽນ ແລະ ຫວຽດນາມ ໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນໃນດວງໃຈຂອງເພື່ອນມິດສາກົນ, ແມ່ນບາດກ້າວເດີນໃໝ່ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ພາຍຫຼັງປີເປັນ ປະທານ ອາຊຽນ 2020.”

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VGP)
      ປີ 2020, ບົດບາດ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ, ອາຊຽນ, ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ອີກຄັ້ງໜຶ່ງ, ຂີດໝາຍຂອງ ຫວຽດນາມ ໄດ້ຮັບການບັນທຶກໄວ້ໃນວິວັດການພັດທະນາຂອງ ອາຊຽນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:
        ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ ມາເປັນເວລາ 25 ປີ, ດ້ວຍບັນດາປະສົບການ, ບົດຮຽນທີ່ສະສົມມາໄດ້ນັ້ນ, ພວກເຮົາ ໄດ້ມີບັນດາການປະກອບສ່ວນສຳຄັນ ແລະ ມີການເຕີບໃຫຍ່ຢ່າງກະໂດດຂັ້ນ ແລະ ປັດຈຸບັນ ໄດ້ກາຍເປັນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງ, ເປັນເຈົ້າພາທາງ, ສ້າງສັນ ແລະ ກຳນົດລະບຽບການຕ່າງໆໃນ ອາຊຽນ ແລະ ພາກພື້ນ. ພິເສດ, ດ້ວຍຜົນສຳເລັດຂອງປີເປັນ ປະທານ ອາຊຽນ 2020, ຫວຽດນາມ ບໍ່ພຽງແຕ່ແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ເຊິ່ງຍາມໃດກໍປະຕິບັດບັນດາຂໍ້ຕົກລົງທີ່ໄດ້ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມງວດເທົ່ານັ້ນ, ຫາກຍັງກາຍເປັນບ່ອນອີງທີ່ໝັ້ນແກ່ນ, ໜ້າໄວ້ເນື້ອເຊື່ອໃຈ, ພິເສດໃນຈຸດເວລາທີ່ ອາຊຽນ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ”.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top