• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄປກວດກາວຽກງານການແກ້ໄຂຜົນຮ້າຍຈາກສະພາບນ້ຳຖ້ວມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ແຂວງ ກວາງງ້າຍ

(ພາບ: TTXVN)


ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ  Molave ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ. ທ່ານນາຍົກລັດຖະມົນຕີ ກໍ່ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄູອາຈານ ແລະ ນັກຮຽນຢູ່ເມືອງບິ່ງເຊີນ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸຫົວດັ່ງກ່າວ.

ເມື່ອໄປຢ້ຽມຢາມພໍ່ແມ່ປະຊາຊົນຢູ່ຕາແສງ ຕາມກວາງ, ເມືອງ ນຸ໊ຍແທັ່ງ, ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກຳລັງກອງທັບ, ຕຳຫຼວດ ຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ; ພິເສດແມ່ນຍູ້ໄວການຟື້ນຟູພື້ນຖານໂຄງລ່າງຢູ່ບັນດາໂຮງໝໍ, ໂຮງຮຽນ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ແຂວງ ກວາງນາມ ແລະ ເມືອງ ນຸ໊ຍແທັ່ງ ສະຫງວນແຫຼ່ງເງິນໜູນຊ່ວຍຈາກສູນກາງ, ບັນດາແຫຼ່ງເງິນກູ້ຊ່ວຍ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ປະຊາຊົນຖືກອຶດຫິວ, ບໍ່ມີບ່ອນຢູ່ອາໄສ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢື້ຢາມຖາມຂ່າວບັນດາຜູ້ຮັບບາດເຈັບທີ່ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງກວາງນາມ.

ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ປາດຖະໜາວ່າ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ບັນດາແຂວງທີ່ຖືກຜົນເສຍຫາຍຍ້ອນພາຍຸ, ນ້ຳຖ້ວມ ຕ້ອງເປັນເຈົ້າການແກ້ໄຂຜົນຮ້າຍຈາກພາຍຸນ້ຳຖ້ວມ, ພ້ອມທັງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພາຍຸ Goni - ພາຍຸຫົວທີ 10 ແລະ ກໍ່ແມ່ນພາຍຸຫົວໃຫຍ່ທີ່ສຸດນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນໃຫ້ເປັນຢ່າງດີ, ຄາດວ່າຈະພັດເຂົ້າຝັ່ງໃນວັນທີ 04 ພະຈິກ.

ພາຍຫຼັງໄປກວດກາວຽກງານແກ້ໄຂຜົນສະທ້ອນຍ້ອນພາຍຸ, ນ້ຳຖ້້ວມຢູ່ແຂວງ ກວາງງ້າຍ ແລະ ກວາງນາມ. ຕອນບ່າຍວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງທາງພາກກາງ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ Molave.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top