• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສົ່ງຈົດໝາຍຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈແກ້ໄຂບັນຫາສິ່ງເສດເຫຼືອພຣາດສະຕິກ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຂຽນຈົດໝາຍຮຽກຮ້ອງໃຫ້ຮ່ວມແຮງຮວ່ມໃຈມີການກະທໍາ ເພື່ອ “ຫວຽດນາມ - ດໍາລົງຊີວິດສິ່ງແວດລ້ອມທີ່ສົດໃສ, ປອດໄພ ແລະ ພັດທະນາແບບຍືນຍົງ, ແກ້ໄຂບັນຫາສິ່ງແວດລ້ອມເປັນມົນລະພິດຍ້ອນສິ່ງເສດເຫຼືອພຣາດສະຕິກ”.
            ໃນຈົດໝາຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການແກ້ໄຂສະພາບມົນລະພິດສິ່ງແວດລ້ອມ ຍ້ອນສິ່ງເສດເຫຼືອພຣາດສະຕິກກໍ່ຂຶ້ນ ແມ່ນໜ້າທີ່ອັນຮີບດ່ວນ, ຮຽກຮ້ອງຕ້ອງມີການປະຕິບັດເປັນປະຈໍາ, ມີການເຂົ້າຮ່ວມຂອງຂະແໜງການຂັ້ນຕ່າງໆ ແລະ ຂອງທົ່ວສັງຄົມ.  ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຊົນ ຫວຽດນາມ ທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈກັນມີການກະທໍາແກ້ໄຂບັນຫາສິ່ງເສດເຫຼືອພຣາດສະຕິກ. ແຕ່ລະອົງການ, ຫົວໜ່ວຍໃນທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ ຄວນປະຕິບັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ຍົກສູງໜ້າທີ່ຄວາມຮັບຜິດຊອບ, ປຸກລະດົມບັນດາຂະບວນການ, ສ້າງຕັ້ງ, ທະວີຄູນບັນດາຮູບແບບ, ສະເໜີບັນດາຂໍ້ລິເລີ່ມ ແລະ ຕັ້ງໜ້າເຂົ້າຮ່ວມ ຜ່ານບັນດາການກະທໍາລະອຽດ; ຍ້ອງຍໍ, ຊົມເຊີຍ ບັນດາແບບຢ່າງດີເດັ່ນກ້າວໜ້າ, ຮູບແບບທີ່ດີ, ວິທີີເຮັດທີ່ດີ ແລະ ຂໍ້ລິເລີ່ມທີ່ມີຄຸນຄ່າ.  
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top