• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ D.Trump

      ຕອນຄ່ຳວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: VGP)
      ໃນການໂອ້ລົມ, ການນຳ 2 ທ່ານໄດ້ເຫັນດີຕໍ່ການຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງແຮງໃນທຸກຂົງເຂດ ພາຍຫຼັງທີ່ໄດ້ສ້າງຕັ້ງການພົວພັນທາງການທູດມາເປັນເວລາ 25 ປີ ແລະ ພິເສດແມ່ນໃນຊຸມປີມໍ່ໆມານີ້. ການນຳ 2 ທ່ານເຊື່ອໝັ້ນວ່າ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ເຂົ້າສູ່ລວງເລິກ, ໝັ້ນຄົງ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ປະຊາຊົນ 2 ປະເທດ, ໃນນັ້ນການຮ່ວມມືດ້ານການຄ້າເປັນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນ 2 ຝ່າຍ.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ D.Trump ໄດ້ແລກປ່ຽນກ່ຽວກັບເລື່ອງ ອົງການຕາງໜ້າດ້ານການຄ້າອາເມລິກາ ພວມດຳເນີນການສືບສວນນະໂຍບາຍເງິນຕາ ແລະ ວັດຖຸດິບໄມ້ຂອງຫວຽດນາມ ຕາມກົດໝາຍວ່າດ້ວຍການຄ້າປີ 1974 ຂອງອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ແມ່ນປະເທດພວມພັດທະນາ, ບໍລິຫານນະໂຍບາຍເງິນຕາແມ່ນເພື່ອແນໃສ່ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ບໍລິຫານອັດຕາແລກປ່ຽນເງິນຕາບໍ່ແມ່ນເພື່ອສ້າງທ່າແຮງໃນການແກ່ງແຍ້ງດ້ານການຄ້າກັບສາກົນ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ທ່ານປະທານາທິບໍດີ D.Trump ກ່ຽວກັບການພັດທະນາວັກຊິນກັນໂຄວິດ-19 2 ຊະນິດໃຫ້ສຳເລັດໃນໄລຍະສັ້ນທີ່ສຸດ. ທ່ານປະທານາທິບໍດີ D.Trump ຢືນຢັນວ່າ, ທ່ານມີຄວາມເຄົາລົບຮັກຕໍ່ປະເທດຊາດ ແລະ ຊາວຫວຽດນາມ ແລະ ປາດຖະໜາຢາກມາຢ້ຽມຢາມຫວຽດນາມ ໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV.

Top