• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາຮູບແບບຊົນນະບົດໃຫມ່ຢູ່ແຂວງຮ່າຕິ້ງ

ໃນການປະຕິບັດງານຢູ່ແຂວງ ຮ່າຕິ້ງ, ຕອນເຊົ້າວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນຳຫນ້າຄະນະປະຕິບັດງານຂອງລັດຖະບານ ໄດ້ລົງກວດກາວຽກງານປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ຢູ່ເຂດຊຸມຊົນບ້ານເຈົາໂນ້ຍ ຕາແສງ ຕຸງແອ໋ງ ເມືອງດຶກທໍ້.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງຮ່າຕິ້ງ

ພາບ:baohatinh

ກ່າວຄຳເຫັນທີ່ການເຮັດວຽກກັບການນຳເມືອງ ດຶກທໍ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຈຸດໝາຍຂອງການຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃຫມ່ ແມ່ນຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ, ສ້າງສັງຄົມປະຊາທິປະໄຕໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ສະເຫນີ ເມຶອງດຶກທໍ້ ປ່ຽນໃຫມ່ການຊັບສ້ອນການກົງຈັກຈັດຕັ້ງ ລັດໃຫ້ກະທັດລັດມີປະສິດທິຜົນ. ທ່ານກ່າວວ່າ:

“ເມືອງດຶກທໍ້ ຕ້ອງສືບຕໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ ຈາກເມືອງ, ຕາແສງ, ບ້ານ. ຂ້າພະເຈົ້າດີໃຈຫລາຍເມື່ອເຫັນວ່າ ເມືອງດຶກທໍ້ໄດ້ໂຮມຫລາຍບ້ານເຂົ້າເປັນຕາແສງ ແລະ ມີການປ່ຽນແປງໃຫມ່ຫລາຍຢ່າງ, ເປັນຈຸດສຸມ, ເຮັດໃຫ້ກົງຈັກກະທັດລັດ.”

(ແຫຼ່ງຄັດຈາກ VOV)


ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top