• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມໂຮງຮຽນມັດທະຍົມ ດາຟຸກ

ເນື່ອງໃນໂອກາດສະເຫລີມສະຫລອງ 36 ປີແຫ່ງວັນຄູຫວຽດນາມ ຄືວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມ ດາຟຸກ, ຊອກເຊີນ ຮ່າໂນ້ຍ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຫລຽນໄຊແຮງງານຊັ້ນສອງໃຫ້ແກ່ໂຮງຮຽນ

ພາບ:chinhphu.vn

ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ໂລກພວມມີການປ່ຽນແປງຢ່າງວ່ອງໄວ ດ້ວຍການປະຕິວັດອຸດສາຫະກຳ 4.0, ສັງກາດດີຈີຕອນ, ໃນນັ້ນ ພູມປັນຍາ ແລະ ການປະດິດຄິດສ້າງແມ່ນປັດໄຈພື້ນຖານຕັດສິນຊີ້ຂາດກຳລັງແຮງ, ຄວາມສາມາດແກ້ງແຍ້ງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ສະເຫນີ ຄູອາຈານ, ນັກຮຽນ ໃນໂຮງຮຽນວ່າ:

“ບົນຈິດໃຈປ່ຽນໃຫມ່ດ້ານການສຶກສາ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ໝາກຜົນທີ່ບັນລຸໄດ້ໃນ 55 ປີຜ່ານມາ, ຂ້າພະເຈົ້າປາດຖະຫນາວ່າ ໂຮງຮຽນມັດທະຍົມ ດາຟຸກ ເວົ້າສະເພາະ ພ້ອມກັບລະບົບບັນດາໂຮງຮຽນມັດທະຍົມໃນທົ່ວປະເທດເວົ້າລວມ ຈະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສູ້ຊົນແຂ່ງຂັນການສອນດີຮຽນເກັ່ງ, ປ່ຽນໃຫມ່ວິທີການສິດສອນຕາມທິດທັນສະໄຫມ”

ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫລຽນໄຊແຮງງານຊັ້ນສອງໃຫ້ແກ່ໂຮງຮຽນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top