• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນ, ນັກວິທະຍາສາດເນື່ອງໃນໂອກາດບຸນເຕັດປີກຸນ 2019

ຕອນເຊົ້າວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ ອວຍພອນບຸນເຕັດ ປັນຍາຊົນ, ນັກວິທະຍາສາດ 300 ຄົນທີ່ຕາງຫນ້າໃຫ້ບັນດາປັນຍາຊົນ, ນັກວິທະຍາສາດໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນ, ນັກວິທະຍາສາດເນື່ອງໃນໂອກາດບຸນເຕັດປີກຸນ2019

ພາບ:Chinhphu.vn

ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກເຖິງບົດບາດສຳຄັນຂອງວິທະຍາສາດເຕັກໂນໂລຊີ ສຳລັບການພັດທະນາປະເທດຊາດ ແລະ ປາດຖະຫນາ ໃນການພົບປະຄັ້ງນີ້ຢາກໄດ້ຮັບຟັງຄຳເຫັນປະກອບຂອງບັນດາປັນຍາຊົນ, ນັກວິທະຍາສາດໃນບັນດາຂົງເຂດ.

ບັນດານັກວິທະຍາສາດຕີລາຄາສູງເລື່ອງພັກ, ລັດ ຖືການພົບປະກັບປັນຊາຊົນ, ນັກວິທະຍາຊາດເປັນສຳຄັນ ແລະ ຈັດການພົບປະ, ໂອ້ລົມສົນທະນາກັບປັນຍາຊົນ, ນັກວິທະຍາສາດເປັນປະຈຳ ແມ່ນການລະດົມກຳລັງໃຈເພື່ອໃຫ້ປັນຍາຊົນ, ນັກວິທະຍາສາດ ອອກແຮງປະກອບສ່ວນໃຫ້ແກ່ປະເທດຊາດ. ເນື່ອງໃນໂອກາດນີ້ ບັນດານັກວິທະຍາສາດ ສະເຫນີ ລັດຖະບານ ຈົ່ງມີກົນໄກຊ່ວຍເຊື່ອມຕໍ່ລະຫວ່າງ ວິສາຫະກິດ ແລະ ບັນດານັກວິທະຍາສາດ ເພື່ອໃຫ້ບັນດາຜະລິດຕະພັນຈາກການຄົ້ນຄ້ວາໄດ້ນຳໃຊ້ໃນຕົວຈິງ, ຍົກສູງກຳລັງຄວາມສາມາດ, ຄຸນນະພາບຂອງຜະລິດຕະພັນ. ພ້ອມກັນນັ້ນ ແມ່ນກົນໄກດຶງດູດບັນດານັກວິທະຍາສາດຫວຽດນາມ ຈາກຕ່າງປະເທດກັບເມືອເຮັດວຽກ ແລະ ອຸທິດສ່ວນໃຫ້ແກ່ສັງຄົມ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top