• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວໜ້າເຂດປົກຄອງພິເສດຮົ່ງກົງ, ຈີນ

      ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດສັບປະດາຂັ້ນສູງ APEC 2017, ວັນທີ 10 ພະຈິກ, ຢູ່ສູນກອງປະຊຸມ ດ່ານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ຫຼິນເຈິງເຍວເອືອ, ຫົວໜ້າເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ APEC.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວໜ້າເຂດປົກຄອງພິເສດຮົ່ງກົງ, ຈີນ)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວສຳຄັນແຖວໜ້າຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ສົ່ງເສີມບັນດາວິສາຫະກິດທີ່ມີທ່າແຮງຂອງຮົ່ງກົງ, ປະເທດຈີນ ເປີດກວ້າງການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດການບໍລິການຂົນສົ່ງ, ກໍ່ສ້າງພື້ນຖານໂຄງລ່າງ, ເຄື່ອງອາໄຫຼ່ເອເລັກໂຕນິກ…
        ສ່ວນທ່ານນາງ ຫຼິນເຈິງເຍວເອືອ, ຫົວໜ້າເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ຢືນຢັນວ່າ, ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ຖືເປັນສຳຄັນການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top