• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ ໄວທີ່ສຸດ

ຫວຽດນາມ ພວມປະເຊີນໜ້າກັບການແຜ່ລະບາດໃນວົງກວ້າງຍ້ອນໄວຣັດສາຍພັນໃໝ່ Delta. ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ.
ວັກຊິນ COVAX ສົ່ງມາຮອດຫວຽດນາມ. (ພາບປະກອບ: VGP)

ເພື່ອແນໃສ່ຍູ້ໄວການທູດວັກຊິນກວ່າອີກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ສົ່ງຈົດໝາຍເຖິງທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO).

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ຫວຽດນາມ ພວມປະເຊີນໜ້າກັບການແຜ່ລະບາດໃນວົງກວ້າງຍ້ອນໄວຣັດສາຍພັນໃໝ່ Delta. ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ ໃນການຈັດແບ່ງວັກຊິນທີ່ຈະມາເຖິງຂອງ COVAX ຢ່າງໄວ, ເທົ່າທີ່ຈະໄວໄດ້ໃຫ້ແກ່ຫວຽດນາມ. ພ້ອມກັນນັ້ນ, ປາດຖະໜາວ່າ WHO ສືບຕໍ່ໜູນຊ່ວຍດ້ານວັດຖຸການແພດ, ຖ່າຍທອດເຕັກໂນໂລຊີວັກຊິນ mRNA ຊ່ວຍຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະນີ້. ພິເສດ, ຫວຽດນາມ ປາດຖະໜາຢາກໄດ້ຕ້ອນຮັບຄະນະນັກຊ່ຽວຊານຂອງ WHO ມາແລກປ່ຽນ, ແນະນຳກ່ຽວກັບການໜູນຊ່ວຍຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດໂດຍໄວ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top