• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມີນຈິງ ເຮັດວຽກຢູ່ແຂວງ ທາຍຫງວຽນ

      ຕອນບ່າຍວັນທີ 03 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທາຍຫງວຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢ້ຽມຢາມບໍລິສັດ Samsung Electronics ຫວຽດນາມ ຈຳກັດ
(ພາບ: dantri.com.vn)
      ເມື່ອມາຢ້ຽມຢາມ ແລະ ກ່າວຄຳເຫັນກັບບການນຳບໍລິສັດ Samsung Electronics ຫວຽດນາມ ຈຳກັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ປາດຖະໜາວ່າ Samsung ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປ. ກ່ຽວກັບບັນຫາຕ້ານໂລກລະບາດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ Samsung ປະຕິບັດຂໍ້ກຳນົດ 5 ປະການ, test Covid-19 ຕາມແຜນການ, ສັກວັກຊິນ…
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນອະນຸບານ ຕາແສງ ບິ່ງອຽນ, ເມືອງ ດິ້ງຮວາ; ໂຮງຮຽນມັດທະຍົມກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ດິ້ງຮວາ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ກວດກາຮາກຖານດ້ານວັດຖຸ, ເງື່ອນໄຂສິດສອນ, ການຮຽນ, ການດຳລົງຊີວິດຂອງພວກນ້ອງນັກຮຽນ, ບັນດາຄູອາຈານ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາຄູອາຈານສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍົກສູງຄຸນນະພາບການສິດສອນ, ເບິງແຍງດູແລໃຫ້ນັກຮຽນໃຫ້ເຫັນຢ່າງດີ…
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມີການເຮັດວຽກກັບການນຳແຂວງ ທາຍງວຽນ ແບບກາງໄກ ຈາກໂຮງຮຽນມັດທະຍົມກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ດິ້ງຮວາ ກັບບັນດາໂຮງຮຽນຢູ່ບັນດາເມືອງ, ຕາແສງຂອງແຂວງ ທາຍງວຽນ.
(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

​ຣານ ຢັ້ງ​ຢືນ ຄຳ​ຮຽກ​ຮ້ອງ​ໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້, ພິ​ເສດ​ແມ່ນ​ໃນ​ນັ້ນ ບໍ່​ມີເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຕ້ານ ອີ​ຣານ.

Top