• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີປຸກລະດົມບັ້ນແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແມ່ນເຫດການການເມືອງສຳຄັນຍິ່ງ, ກຳນົດແນວທາງ, ເປົ້າໝາຍການພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີປຸກລະດົມ. (ພາບ: VGP/Nhật Bắc)

ຕອນເຊົ້າວັນທີ 05 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ປຸກລະດົມບັ້ນແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແມ່ນເຫດການການເມືອງສຳຄັນຍິ່ງ, ກຳນົດແນວທາງ, ເປົ້າໝາຍການພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ສະນັ້ນ, ບັ້ນແຂ່ງຂັນຄັ້ງນີ້ແມ່ນໄລຍະເຊື່ອມຕໍ່ເພື່ອເພີ່ມຄວາມໄວ, ບຸກທະລຸ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ສະມາຊິກພັກ, ພາລະກອນ, ລັດຖະກອນ ຕ້ອງແຂ່ງຂັນ “ປ່ຽນແປງໃໝ່ຈິນຕະນາການ, ຕັດສິນໃນການກະທຳ, ເປັນແບບຢ່າງນຳໜ້າ, ອຸທິດສ່ວນຢ່າງສຸດຈິດສຸດໃຈ, ສ້າງສັນພັດທະນາ, ເພື່ອຮັບໃຊ້ປະຊາຊົນ”. ປະຊາຊົນທຸກຊັ້ນວັນນະສືບຕໍ່ນຳໜ້າຍົກສູງນ້ຳໃຈຮັກຊາດ, ຄວາມຄາດຫວັງອຸທິດສ່ວນ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ອອກແຮງແຂ່ງຂັນໃນການອອກແຮງງານທຳການຜະລິດ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ ປົກປັກຮັກສາສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top