• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັກຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ນີ້ແມ່ນຈຸດເວລາຕັດສິນຊີ້ຂາດ ຫຼີກລ້ຽງການແຜ່ລະບາດຂອງ ໂລກລະບາດ Covid – 19

      ຕອນບ່່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ທ່ານນາຍົກລັດຖະມົນຕ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 
      ຕາມບົດລາຍງານຂອງກະຊວງສາທາລະນະສຸກແລ້ວ, ໄລ່ຮອດ 12 ໂມງ ວັນທີ 16 ມີນາ, ຫວຽດນາມມີຜູ້ຕິດເຊື້ອ Covid – 19 ທັງໝົດ 57 ຄົນ, ໃນນັ້ນ 16 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ໃນໄລຍະເບື້ອງຕົ້ນ. ມີຈຳນວນຜູ້ສຳຜັດ ແລະ ເຂົ້າເມືອງມາຈາກເຂດເກີດໂລກລະບາດ ເກືອບ 43.000 ຄົນ ແມ່ນພວມໄດ້ຮັບການແຍກຕົວຕິດຕາມອາການສຸຂະພາບ, ມີຄົນເຈັບ 41 ຄົນຕິດ Covid – 19 ໄດ້ຮັບການປິ່ນປົວ ໃນນັ້ນມີ ຊາວ ຫວຽດນາມ 24 ຄົນ ແລະ ຊາວຕ່າງປະເທດ 17 ຄົນ.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ລັດຖະບານພວມປະຕິບັດບັນດາມາດຕະການຢ່າງແຮງໃນການປ້ອງກັນ, ຕ້ານໂລກລະບາດ, ບົນຈິດໃຈຈຳກັດບໍ່ປະໃຫ້ມີຜູ້ຕິດເຊື້ອໄວຣັດ Covid – 19 ຫຼາຍເກີນໄປ. ທ່ານກ່າວວ່າ:
            ນີ້ແມ່ນຈຸດເວລາທີ່ດີ, ຕັດສິນໃຫ້ພວກເຮົານສະກັດກັ້ນໄວຣັດ corona ນີ້ຢູ່ ຫວຽດນາມ. ເຮັດແນວໃດ ໃນຈຸດເວລາທີ່ດີນີ້ ພວກເຮົາສາມາດປະຕິບັດການສະກັດກັ້ນໃຫ້ຂາດຕົວ, ດັ່ງນັ້ນຕ້ອງມີມາດຕະການທີ່ເຂັ້ມແຂງ, ທີ 2 ພວກເຮົາພະຍາຍາມສະກັດກັ້ນການແຜ່ລະບາດເຖິງຍອດສູງ, ເຮັດແນມໃດຈຳກັດຜູ້ຕິດເຊື້ອໄວຣັດ, ພິເສດແມ່ນຜູ້ຖືກເສຍຊີວິດໃນລະດັບຕ່ຳສຸດ. ນີ້ແມ່ນຄວາມຮັບຜິດຊອບຂອງພວກເຮົາ. ບັນດາຂະແໜງການຂັ້ນຕ່າງໆຕ້ອງພ້ອມກັນປະຕິບັດວຽກງານນີ້. ເຮັດແນວໃດຮັກສາການພັດທະນາເປັນປົກກະຕິ ແລະ ສຸຂະພາບຂອງປະຊາຊົນໄດ້ຮັບການຮັບປະກັນ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top