• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຢູ່ ແຂວງຕຽນຢາງ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຫົວໜ່ວຍຕໍາຫຼວດແຂວງຕຽນຢາງ ແລະ ໂຮງໝໍຫຼາຍຂະແໜງສູນກາງ ແຂວງ ຕຽນຢາງ ຂອງຫວຽດນາມ.
ຕອນບ່າຍວັນທີ 4 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຫົວໜ່ວຍຕໍາຫຼວດແຂວງຕຽນຢາງ ແລະ ໂຮງໝໍຫຼາຍຂະແໜງສູນກາງ ແຂວງ ຕຽນຢາງ ຂອງຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ແກ່ຕໍາຫຼວດແຂວງຕຽນຢາງ (ພາບ: thtg.vn)

ທີ່ສໍານັກງານຕໍາຫຼວດແຂວງ ຕຽນຢາງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ຕໍາຫຼວດແຂວງ ຕຽນຢາງ ສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດອັນອົງອາດກ້າຫານ ແລະ ບັນດາບົດຮຽນ ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຜ່ານມາ, ສືບຕໍ່ສ້າງຜົນງານໃຫ້ຫຼາຍກວ່າອີກໃນພາລະກິດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມ ເພື່ອຄວາມສະຫງົບປອດໄພຂອງປະເທດຊາດໃນສະພາບການໃໝ່.
ຢູ່ໂຮງໝໍຫຼາຍຂະແໜງສູນກາງແຂວງຕຽນຢາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນໃຫ້ໝູ່ຄະນະໂຮງໝໍຫຼາຍພະແນກສູນກາງແຂວງຕຽນຢາງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຄື ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໃນແຂວງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 20 ພູດ ໃຫ້ແກ່ບັນດາຄົນເຈັບ ທີ່ພວມປິ່ນປົວຢູ່ໂຮງໝໍດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top