• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮັກສາການ ປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕ້ອນຮັບ ອະດີດປະທານາທິບໍດີ ໂມຊໍາບິກ

ຕອນເຊົ້າວັນທີ 28 ກັນຍາ, ຢູ່ທໍານຽບປະທານປະເທດຫວຽດນາມ, ທ່ານນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ ເນື່ອງໃນໂອກາດ ທ່ານມາ ໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຢູ່ ຫວຽດນາມ.

ນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ

ທີ່ການຕ້ອນຮັບ, ທ່ານນາງ ດັ້ງທິງອັກທິ້ງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງ, ບົດບາດຂອງ ໂມຊໍາບິກ ຢູ່ຂົງເຂດ ພາກໃຕ້ອາຟິຼກາ ເວົ້າສະເພາະ ແລະ ອາຟິຼກາ ເວົ້າລວມ; ພ້ອມທັງເຊື່ອໝັ້ນວ່າ ໂມຊໍາບິກ ຈະ ຈັດຕັ້ງສໍາເລັດການປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ ເຊິ່ງຈະດໍາເນີນໃນເດືອນຕຸລາ ຈະມາເຖິງ, ອັນໄດ້ເປັນປະຖົມປັດໄຈໃຫ້ແກ່ການຈັດຕັ້ງສໍາເລັດການເລືອກຕັ້ງທ່ານປະທານາທິບໍດີ ແລະ ສະພາແຫ່ງຊາດໃນປີ 2019.

        ທ່ານນາງ ດັ້ງທິງອັກທິ້ງ ຮັກສາການ ປະທານປະເທດຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນກັບ ໂມຊໍາບິກ, ຖື ໂມຊໍາບິກ ເປັນຄູ່ຮ່ວມມືບຸລິມະສິດໃນການຮ່ວມມືຂອງຫວຽດນາມຢູ່ ອາຟິຼກາ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາງ ດັ້ງທິງັອກທິ້ງ ສະເໜີໃຫ້ທັງສອງປະເທດ ຮັກສາການພົບປະແລກປ່ຽນຄະນະຜູ້ແທນ, ພິເສດແມ່ນ ຄະນະຜູ້ແທນການນໍາຂັ້ນສູງໃນໄລຍະຈະມາເຖິງ ແລະ ຫວັງວ່າ ຈະໄດ້ຕ້ອນຮັບທ່ານປະທານາທິບໍດີ Filipe Nyusi ມາຢ້ຽມຢາມຫວຽດນາມ ໃນໄວໆນີ້.

        ທ່ານ Armando Emilio Guebuza ອະດີດປະທານາທິບໍດີ ໂມຊໍາບິກ ກໍຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໃນພາລະ  ກິດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ການພົວພັນສອງປະເທດ. ທ່ານ Armando Emilio Guebuza ຖືວ່າ ເຖິງວ່າສອງປະເທດຫ່າງໄກກັນດ້ານພູມສັນຖານກໍຕາມ ແຕ່ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຍາມໃດກໍສະໜິດສະໜົມ.

(​ແຫຼ່ງຄັດ​ຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top