• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕ້ອນຮັບທູດພິເສດຂອງທ່ານປະທານາທິບໍດີ ອາເຊັກໃບຢານ

ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ອາເຊັກໃບຢານ.
ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຕ້ອນຮັບທ່ານ Elchin Amirbayov, ທູດພິເສດຂອງທ່ານປະທານາທິບໍດີ ອາເຊັກໃບຢານ (ພາບ: TTXVN)

ຕອນເຊົ້າວັນທີ 23 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຕ້ອນຮັບທ່ານ Elchin Amirbayov, ທູດພິເສດຂອງທ່ານປະທານາທິບໍດີ ອາເຊັກໃບຢານ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ອາເຊັກໃບຢານ. ທ່ານນາງປາດຖະໜາວ່າ, 2 ຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ບັນລຸປະສິດທິຜົນໃນທຸກຂົງເຂດ, ໂດຍສະເພາະແມ່ນການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ; ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຂອງພາກພື້ນ ແລະ ສະຫະປະຊາຊາດ. ຫວຽດນາມ ພ້ອມແລ້ວຈະສະໜັນສະໜູນ ອາເຊັກໃບຢານ ເຂົ້າເປັນສະມາຊິກສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້… ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາເຊັກໃບຢານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ກວດກາຄືນບັນດາກົນໄກ, ອາດຈະສ້າງຕັ້ງກົນໄກ 2 ຝ່າຍຈຳນວນໜຶ່ງຕື່ມອີກເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ.

        ສ່ວນທ່ານ Elchin Amirbayov ໃຫ້ຮູ້ວ່າ, ອາຊີ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ, ອາເຊັກໃບຢານ ຖືເປັນສຳຄັນການພົວພັນກັບບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ. ອາເຊັກໃບຢານ  ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນສ, ວັດທະນະທຳ, ນ້ຳມັນອາຍແກັດ… ທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຢູ່.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

Top