• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ອວຍພອນວັນແພດໝໍ ຫວຽດນາມ

ທ່ານນາງຮອງປະທານປະເທດຕັກເຕືອນ, ພະນັກງານ, ແພດໝໍ ຍົກສູງລະດັບວິຊາຊີບ, ຈັນຍາບັນຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດພາລະກິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ.
ທ່ານນາງ ຫວໍທິແອັງຊວນ ລົງຢ້ຽມຢາມ, ອວຍພອນໂຮງໝໍເສນາຮັກ 175 (ກະຊວງປ້ອງກັນປະເທດ) (ພາບ: ກະຊວງສາທາລະນະສຸກ)

ຕອນເຊົ້າວັນທີ 26 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ລົງຢ້ຽມຢາມ, ອວຍພອນໂຮງໝໍເສນາຮັກ 175 (ກະຊວງປ້ອງກັນປະເທດ) ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ).

ນະທີ່ນີ້, ທ່າງນາງຮອງປະທານປະເທດຕັກເຕືອນ, ພະນັກງານ, ແພດໝໍ ຍົກສູງລະດັບວິຊາຊີບ, ຈັນຍາບັນຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດພາລະກິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ທ່ານນາງຮອງປະທານປະເທດ ສະເໜີວ່າ ການສ້າງສາ ແລະ ພັດທະນາໂຮງໝໍເສນາຮັກ 175 ກາຍເປັນສູນການແພດທະຫານຫຼາຍຂະແໜງ, ລົງເລິກ, ເທົ່າທຽມກັບພາກພື້ນ ແລະ ສາກົນ; ສືບຕໍ່ສ້າງພື້ນຖານດ້ານວັດຖຸ, ປະກອບບັນດາພາຫະນະອຸປະກອນທັນສະໄໝ, ໝູນໃຊ້ເຕັກໂນໂລຊີກ້າວໜ້າຂອງການແພດໂລກ ໃນການເຄື່ອນໄຫວກວດ, ປິ່ນປົວພະຍາດ.

ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ລົງອວຍພອນຄະນະການນຳ, ພະນັກງານ, ແພດໝໍ ໂຮງໝໍ ທົ໋ງເຍີດ ນະຄອນ ໂຮ່ຈີມິນ ເຊັ່ນດຽວກັນ.

ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ແລະ ລະດົມກຳລັງໃຈແກ່ບັນດາສາດສະດາຈານ, ແພດໝໍ ພ້ອມກັບພະນັກງານ, ພາລະກອນ, ນັກຮົບ, ຜູ້ອອກແຮງງານພວມເຮັດວຽກ ຢູ່ໂຮງໝໍເສນາຮັກສູນກາງ 108.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top