• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ມອບຂອງຂວັນຄອບຄົວເປົ້າໝາຍນະໂຍບາຍແຂວງ ກ໋ວາງນາມ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນາມ ສືບຕໍ່ເອົາໃຈໃສ່ລົງທຶນ ໃຫ້ຂົງເຂດ ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ທີ່ການມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍແຂວງ ກ໋ວາງນາມ (ພາບ:Baoquangnam.vn)

ວັນທີ 29 ມັງກອນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ມອບຂອງຂວັນ 400 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ກຳມະກອນຜູ້ອອກແຮງງານ; ຈຳນວນເງິນ 200 ລ້ານດົ່ງມອບໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ມອບຈຳນວນ 500 ລ້ານດົ່ງເພື່ອໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈຢູ່ແຂວງ ກ໋ວາງນາມ.

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນາມ ສືບຕໍ່ເອົາໃຈໃສ່ລົງທຶນ ໃຫ້ຂົງເຂດ ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ, ບັນດາໂຄງການສະຫວັດດີການສັງຄົມທີ່ແທດຈິງໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາເຂດຫ່າງໄກສອກຫຼີກ, ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ, ເນັ້ນໜັກວ່າ:

“ກ່ອນອື່ນໝົດ ຕ້ອງປະຕິບັດວຽກງານຕອບບຸນແທນຄຸນໃຫ້ເປັນຢ່າງດີ, ຕ້ອງເບິ່ງແຍງດູແລ, ທົດແທນການເສຍສະຫຼະຂອງພໍ່ແມ່ປະຊາຊົນ ທີ່ປະກອບສ່ວນຍາດເອົາເອກະລາດ, ຄວາມເສີລີໃຫ້ປະເທດຊາດໃນທຸກວັນນີ້. ແຂວງ ກ໋ວາງນາມ ຕ້ອງປະຕິບັດ 2 ໜ້າທີ່ໃຫ້ສຳເລັດຜົນ, ທັງສ້າງກຳລັງໜູນ ໃນການພັດທະນາເສດຖະກິດ - ສັງຄົມ ເພື່ອບື່ນຕົວຂຶ້ນ, ທັງເບິ່ງແຍງດູແລໃຫ້ແກ່ປະຊາຊົນ ເພື່ອຕອບບຸນແທນຄຸນໃຫ້ເປັນຢ່າງດີ”.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top