• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

CICA ແມ່ນແຫ່ງເຕົ້າໂຮມບັນດາພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນກາຍເປັນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດໂລກໃນອະນາຄົດ.


ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

(ພາບ: TTXVN) 

ໂດຍໄດ້ຮັບຄຳເຊີນຂອງທ່ານ Emomali Rahmon, ປະທານາທິບໍດີສ. Tajikistan, ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດສສ.ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 1 ກ່ຽວກັບການສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA) ເຊິ່ງດຳເນີນຢູ່ນະຄອນຫຼວງ Dushanbe ໃນລະຫວ່າງວັນທີ 14 – 15 ມິຖຸນາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ຂ້ໍສັງເກດວ່າ, CICA ແມ່ນແຫ່ງເຕົ້າໂຮມບັນດາພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນກາຍເປັນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດໂລກໃນອະນາຄົດ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຢືນຢັນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນສັນຕິພາບ, ການຮ່ວມມື ແລະ ພັດທະນາ, ການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງປະຊາຄົມສາກົນ… ບົນຫຼັກການຍຸຕິທຳ, ກະຈ່າງແຈ້ງ ແລະ ອີງໃສ່ກົດໝາຍສາກົນ. ຍາມໃດຫວຽດນາມ ກໍ່ມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີກົດບັດຂອງສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາເພື່ອບັນລຸກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ ແລະ ມີປະສິດທິຜົນ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະເຈລະຈາກັບທ່ານ Emomali Rahmon, ປະທານາທິບໍດີປະເທດ Tajikistan. ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສະເໜີໃຫ້ 2 ຝ່າຍສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ, ການຄ້າ ດ້ວຍບັນດາມາດຕະການລະອຽດຄື: ເຈລະຈາ, ລົງນາມໃນບັນດາສັນຍາເພື່ອສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງພົນລະເມືອງ 2 ປະເທດ, ບັນດາມາດຕະການສົ່ງເສີມການອາລັກຂາການລົງທຶນ, ໜູນຊ່ວຍດ້ານຕຸລາການ…

        ນອກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຍັງໄດ້ພົບແລກປ່ຽນກັບປະທານປະເທດຈີນ, ກະສັດກາຕາ, ນາຍົກລັດຖະມົນຕີ Azerbaijan…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top