• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສົ່ງຈົດໝາຍ ຊົມເຊີຍຄະນະນັກກິລາ ຫວຽດນາມ ແລະ ທິມກິລາບານເຕະຍິງ

      ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5. 

ຜົນງານຂອງທິມບານເຕະຍິງ ຈະເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30 
      ພາຍຫຼັງຍາດໄດ້ຊະນະຕໍ່ທິມບານເຕະ ໄທ ໃນນັດແຂ່ງຂັນຮອບຊີງຊະນະເລີດ ບານເຕະຍິງ Seagames 30 ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວາ,  ທິມບານເຕະຍິງຫວຽດນາມ ໄດ້ຮັບຫຼຽນຄໍາ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ. ວັນທີ 9 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ສົ່ງຈົດໝາຍຊົມເຊີຍຄະນະນັກກິລາຫວຽດນາມ ແລະ ທິມບານເຕະຍິງ. ໃນຈົດໝາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັ້ກວ່າ: ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5, ທັງນີ້ກໍເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30.
        ນອກຈາກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍໍຊົມເຊີຍບັນດາຜົນງານອັນດີເລີດຂອງບັນດານັກກິລາຫວຽດນາມ ພ້ອມດ້ວຍຄະນະຄູຝຶກບັນລຸໄດ້ໃນງານມະຫາກໍາກິລາຄັ້ງນີ້. 
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top