• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ສະພາເລືອກຕັ້ງແຫ່ງຊາດ

      ຕອນບ່າຍວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 2, ສະພາເລືອກຕັ້ງແຫ່ງຊາດ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຜັນຂະຫຍາຍຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:
            ດ້ວຍຈິດໃຈຕັ້ງໜ້າ, ຮີບດ່ວນ, ພວກເຮົາໄດ້ແລກປ່ຽນບັນດາເນື້ອໃນຢ່າງກົງໄກກົງມາ. ຂ້າພະເຈົ້າສະເໜີໃຫ້ ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ຈົ່ງສືບຕໍ່ຮັບເອົາຄຳເຫັນຂອງບັນດາຫົວໜ້າອະນຸກຳມະການກ່ຽວກັບບັນດາເອກະສານດ້ານກົດໝາຍ, ວ່າດ້ວຍບຸກຄະລາກອນ, ການແກ້ໄຂການຮ້ອງຝ້ອງ, ຮ້ອງທຸກ, ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ແລະ ສາທາລະນະສຸກ. ປະກອບຄຳເຫັນກ່ຽວກັບພາກສ່ວນໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມ ອອນລາຍ ທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງ, ຄາດວ່າຈະໄດ້ຈັດຕັ້ງໃນວັນທີ 21 ມັງກອນຈະມາເຖິງ, ເພື່ອສືບຕໍ່ສ້າງບັນດາເອກະສານໃຫ້ເປັນສົມບູນແບບສົ່ງໄປຍັງບັນດາສະມາຊິກຂອງ ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງ.
            ກອງປະຊຸມ ສະພາເລືອກຕັ້ງແຫ່ງຊາດ ຄັ້ງທີ 2ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິວ່າດ້າຍການແນະນຳກ່ຽວກັບແບບຟອມເອກະສານສະໝັກເລືອກຕັ້ງ, ບັດເລືອກຕັ້ງ ແລະ ເອກະສານຊະນິດຕ່າງໆທີ່ນຳໃຊ້ໃນວຽກງານເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນໃນອາຍຸການ 2021 – 2026.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top