• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບນາຍົກລັດຖະມົນຕີ ອາກເມນີ

ຕອນເຊົ້າວັນທີ 06 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອາກເມນີ Nikol Pashinyan ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.
 ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດຖະບານ 2 ປະເທດຮ່ວມມືພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນງານການພັດທະນາເສດຖະກິດຂອງ ຫວຽດນາມ ກໍ່ຄືອິດທິພົນຊື່ສຽງນັບມື້ນັບສູງຂອງ ຫວຽດນາມ ຢູ່ເວທີສາກົນ, ທ່ານຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ອາກເມນີ ຢູ່ບັນດາເວທີປາໄສສາກົນ.

ທີ່ການຕ້ອນຮັບ 

 ກ່ຽວກັບການພົວພັນລະຫວ່າງລັດຖະສະພາ 2 ປະເທດ, ທ່ານນາຍົກລັດຖະມົນຕີ ອາກເມນີ ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງ ອາກເມນີ ກໍ່ແມ່ນໂອກາດເພື່ອເພີ່ມທະວີການພົວພັນລັດຖະສະພາລະຫວ່າງ 2 ປະເທດ. ເລື່ອງສະພາແຫ່ງຊາດ 2 ປະເທດ ເພີ່ມທະວີການພົວພັນຈະຊ່ວຍເປັນປະໂຫຍດໃຫ້ແກ່ທັງ 2 ຝ່າຍ ໂດຍຜ່ານວິວັດການຮ່ວມມື 2 ຝ່າຍກໍ່ຄືຢູ່ບັນດາເວທີປາໄສລັດຖະສະພາສາກົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ອາກເມນີ ຢູ່ບັນດາເວທີປາໄສພາກພື້ນ, ຫລາຍຝ່າຍ ແລະ ຢູ່ສະຫະພັນລັດຖະສະພາໂລກ (IPU), ແລກປ່ຽນທັດສະນະ, ປຶກສາຫາລືກັນກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top