• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນວັນບຸນ ຄຼິດສະມາດ ເຂດຊາວຄຼິດ ຊວນລົກ,ແຂວງດົ່ງນາຍ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນໃຫ້ບັນດາຜູ້ມີຍົດສັກຕຳແໜ່ງ, ປະຊາຊົນຊາວຄຼິດ ຕ້ອນຮັບວັນບຸນ ຄຼິດສະມາດເຕັມໄປດ້ວຍຄວາມຜາສຸກ,ຄວາມມີພະຄຸນຂອງພະເຈົ້າ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມເຂດຊາວຄຼິດຊວນລົກ, ແຂວງ ດົ່ງນາຍ 

ຕອນບ່າຍວັນທີ 19 ທັນວາ, ຢູ່ເຂດຊາວຄຼິດ ຊວນລົກ, ແຂວງ ດົ່ງນາຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ; ການນຳສະພາແຫ່ງຊາດ ພ້ອມກັບການນຳແຂວງ ດົ່ງນາຍ ໄດ້ລົງຢ້ຽມຢາມສັງຄະລາດ ດິງດຶກດ້າວ, ເຂດຊາວຄຼິດ ຊວນລົກ, ຢ້ຽມຢາມ ແລະ ອວຍພອນອະດີດສັງຄະນາຍົກເຂດຊາວຄຼິດ ຊວນລົກ ຫງວຽນຈູຈິງ, ຢ້ຽມຢາມຜູ້ຊ່ວຍວຽກຂອງ ສັງຄະລາດເຂດຊາວຄຼິດ ຊວນລົກ ໂດ໊ວັນເງິນ, ບັນດາຜູ້ມີຍົດສັກຕຳແໜ່ງ, ປະຊາຊົນຊາວຄຼິດ ເນື່ອງໃນໂອກາດ  ວັນບຸນ ຄຼິດສະມາດ 2018.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນໃຫ້ບັນດາຜູ້ມີຍົດສັກຕຳແໜ່ງ, ປະຊາຊົນຊາວຄຼິດ ຕ້ອນຮັບວັນບຸນ ຄຼິດສະມາດເຕັມໄປດ້ວຍຄວາມຜາສຸກ,ຄວາມມີພະຄຸນຂອງພະເຈົ້າ. ເມື່ອແບ່ງປັນກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ: ໃນບັນດາຜົນງານນັ້ນລ້ວນແຕ່ມີການປະກອບສ່ວນຂອງຊາວຄຼິດ; ພ້ອມທັງເນັ້ນໜັກເຖິງບົດບາດຂອງບັນດາຜູ້ມີຍົດສັກຕຳແໜ່ງໄດ້ເຮັດຫຼ້ອນບົດບາດແນະນຳໃຫ້ປະຊາຊົນດຳລົງຊີວິດ “ຢູ່ໃນສິນກິນໃນທຳ” ເປັນຢ່າງດີ, ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ແຂວງ ດົ່ງນາຍ. ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ, ຈາກສູນກາງລົງຮອດທ້ອງຖິ່ນ ຍາມໃດກໍ່ເອົາໃຈໃສ່ ເພື່ອໃຫ້ບັນດາຮາກຖານບູຊາ, ບ່ອນດຳເນີນຊີວິດທາງສາສະໜາໄດ້ຮັບການບູລະນະປະຕິສັງຂອນ, ກໍ່ສ້າງໃໝ່ເພື່ອຮັບໃຊ້ການເຄື່ອນໄຫວທາງດ້ານສາສະໜາ, ຕອບສະໜອງຄວາມຕ້ອງການອັນຊອບທຳຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top