• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ແຟງລັງ ແລະ ພົບປະກັບປະທານສະພາແຫ່ງຊາດ UAE


ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ມອບ​ຂອງ​ຂວັນ​ໃຫ້​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ
ທ່ານ​ນາງ
Maria Lohela. ພາບ:qdnd.vn
 
      ​ໃນ​ລາຍ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​​ປະ​ທານ​ສະ​ພາ​ແຫ່ງ​ ຊາດເພດ​ຍິງ​ໂລກ​ຄັ້ງ​ທີ 11, ຕອນ​ບ່າຍ​ວັນ​ທີ 12/12 ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ທ່ານ​ນາງ Maria Lohela. ກ່າວ​ຄຳ​ເຫັນ​ນະ​ການ​ຕ້ອນ​ຮັບ, ທ່ານ​ນາງ​ປະ​ທານ ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຖື​ວ່າ: ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຄວນ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ຄະ​ນະ​ກຳ​ມາ​ທິ​ການ ແລະ ບັນ​ດາ​ອົງ​ການ​ຮັບ​ໃຊ້​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ບັນ​ດາ​ຂົງ​ເຂດ ແລະ ການ​ເຄື່ອນ​ໄຫວ, ອັດ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລັດ​ຖະ​ສະ​ພາ​ຢູ່​ແຕ່​ລະ​ປະ​ເທດ, ເພ​ີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ສືບ​ຕໍ່​ສົມ​ທົບ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ເພີ່ມ​ທະ​ວີ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ໃນ​ບັນ​ດາ​ບັນ​ຫາ​ຊື່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ປາດ​ຖະ​ຫນາ​ຢາກ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ​ຄື​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ກວ່າ​ອີກ. ແຟງ​ລັງ ປາດ​ຖະ​ຫນາ​ຢາກ​ຫວຽດ​ນາມ ແມ່ນ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ໃນ​ດ້ານ​ການ​ຄ້າ.
      ທີ່​ການ​ພົບ​ປະ​ກັບ​ທ່ານ​ Aman Apdula Ankubaisi, ປະ​ທານ​ສະ​ພາ​ແຫ່ງ​​ຊາດ ຢູ​ໄນ​ຕິດ ອາ​ຣັບ ເອ​ມີ​ເຣດ (UAE), ທ່ານ​ນາງ ປະ​ທານສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ UAE ເປັນ​ສຳ​ຄັນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສົມ​ທົບ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ: UAE ພິ​ຈາ​ລະ​ນາ​ຢ່າງ​ຕັ້ງ​ຫນ້າ​ການ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມອອ​ກ​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020-2021. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ UAE , Aman Apdula Ankubaisi ຢືນ​ຢັນ: ໃນ​ບັ້​ນ​ພົ​ວພັນ​ກັບ​ຕ່າງ​ປະ​ເທດ​ຂອງ UAE, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຢູ່ ອາ​ຊີ ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ ສະ​ນັ້ນ UAE ເປັນ​ເອ​ກະ​ພາບ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top