• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະຜູ້ແທນລັດຖະສະພາອິນໂດເນເຊຍ,ມາເລເຊຍ

      ວັນທີ 18 ມັງກອນ, ທີ່ການຕ້ອນຮັບປະທານສະພາສູງ ມາເລເຊຍ S Vigneswaran M Sanasse, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ປະທານ APPF- 26 ໄດ້ເນັ້ນຫນັກວ່າ 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນຕ້ອນຮັບ
ທ່ານ Oesman Sapta ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ.
      ໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນເພື່ອໃຫ້ມີບັນດາໂຄງການຮ່ວມມືລະອຽດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເພື່ອແລກປ່ຽນບັນດາບັນຫາຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນບັນດາເວທີປາໄສລັດຖະສະພາຄື: IPU, AIPA, APPF..
      ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຕ້ອນຮັບທ່ານ Oesman Sapta ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ. ທ່ານນາງປະທານສະພາແຫ່ງຊາດ ສະເຫນີ ສອງຝ່າຍສືບຕໍ່ແບ່ງປັນຂໍ້ມູນຂ່າວສານ ແລະ ບົດຮຽນການເຄື່ອນໄຫວລັດຖະສະພາ, ເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສລັດຖະສະພາສາກົນ, ເປັນຕົ້ນແມ່ນທີ່ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF).
(ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top