• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ

      ຕອນບ່າຍວັນທີ 17 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດສະຫະພັນລັດເຊຍ Epifanova ແລະ ທ່ານນາງຮອງປະທານສະພາສະຫະພັນລັດເຊຍ Karelova ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ ເນື່ອງໃນໂອກາດເຂົ້າຮ່ວມ APPF 26 ຢູ່ຮ່າໂນ້ຍ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບປະກອບ)
      ທີ່ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສຳຄັນ, ໃຫ້ບຸລິມະສິດປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ 2 ປະເທດສືບຕໍ່ສົມທົບກັນຜັນຂະຫຍາຍປະສິດທິຜົນສັນຍາ, ສູ້ສົນຮັກສາທ່າເຕີບໂຕຕັ້ງໜ້າດັ່ງກ່າວເພື່ອຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020; ສະເໜີໃຫ້ສະພາແຫ່ງຊາດລັດເຊຍ ສະໜັບສະໜູນ ແລະ ໜູນຊ່ວຍດ້ານກົດໝາຍທີ່ຈຳເປັນເພື່ອໃຫ້ 2 ຝ່າຍລົງນາມໃນຂໍ້ຕົກລົງກ່ຽວກັບການຄວບຄຸມຄວາມປອດໄພດ້ານສະບຽງອາຫານ, ສ້າງຄວາມສະດວກໃຫ້ວິສາຫະກິດຫວຽດນາມ ສົ່ງ ບັນດາຜະລິດຕະພັນກະເສດ, ສິນໃນນ້ຳໄປຍັງຕະຫຼາດລັດເຊຍ.
        ເນັ້ນໜັກເຖິງການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ 2 ຝ່າຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ; ເພີ່ມທະວີການແລກປ່ຽນບົດຮຽນໃນການສ້າງກົດໝາຍ ແລະ ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງ 2 ປະເທດໄດ້ລົງນາມ…
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top