ຂ່າວສານ
ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕັດສິນໃຈສ້າງຜົນງານດີເດັ່ນໃນໄລຍະພັດທະນາໃໝ່
ວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2026). ວັນທີ 3 ກຸມພາ 1930 ແມ່ນຂີດໝາຍປະຫວັດສາດ, ຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນໄລຍະທາງແຫ່ງການຕໍ່ສູ້ປະຕິວັດ ຂອງປະຊາຊົນ ຫວຽດນາມ, ເປີດຍຸກສະໄໝໃໝ່ - ຍຸກສະໄໝໂຮ່ຈີມິນ. ບົດນຳດ້ວຍຫົວຂໍ້ “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕັດສິນໃຈສ້າງຜົນງານດີເດັ່ນ ໃນໄລຍະພັດທະນາໃໝ່” ທີ່ລົງໃນໜັງສືພິມ ເຍິນເຢິນສະບັບອກວັນທີ 3 ກຸມພາຢັ້ງຢືນວ່າ 96 ປີຜ່ານມາ, ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນການນຳພາຂອງພັກແມ່ນປັດໄຈແຖວໜ້າທີ່ຕັດສິນທຸກໄຊຊະນະ.
ດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນ ແລະ ການກະທຳ”, ບົດຂຽນ ທີ່ລົງໃນໜັງສືພິມກອງທັບປະຊາຊົນ ສະບັບອອກໃນມື້ນີ້ຊີ້ແຈ້ງວ່າ: ກ່ວາເວລາໃດໝົດ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ແກ່ພັກກອມມູນິດ ຫວຽດນາມ ແມ່ນຕ້ອງສືບຕໍ່ຍົກສູງຄວາມສາມາດນຳພາ, ກຳລັງແຮງຕໍ່ສູ້; ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບຂອງຖັນແຖວພະນັກງານ, ສະມາຊິກພັກໃນລະດັບສູງສຸດ; ເພີ່ມທະວີລະບຽບວິໄນ; ປັບປຸງການພົວພັນເລືອດເນື້ອລະຫວ່າງພັກ ກັບປະຊາຊົນໃຫ້ໝັ້ນຄົງ.








