• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ດ້ວຍ​ຫົວ​ຂໍ້ “​ພ້ອມ​ກັນມີຄວາມ​ຕັດ​ສິນ​ໃຈ ​ເພື່ອ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ບໍ່​ມີ​ຢາ​ເສັບ​ຕິດ”, ງານ​ຊຸມ​ນຸມ​ມິດ​ຕິງ 2026 ໄດ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ແບບ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ.
ທ່ານ​ນາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ທິ​ແທັງ​ຈ່າ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ ໂລກ , ຢາ​ເສັບ​ຕິດ, ໂສ​ເພ​ນີກ່າວ​ຄຳ​ເຫັນທີ່​ງານ​ຊຸມ​ນຸມ​ມິດ​ຕິງ (ພາບ: VOV5)

ຕອນ​ເຊົ້າ​ວັນ​ທີ 27 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດຫວຽດ​ນາມ ​ໄດ້​​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້​ຍງານ​ຊຸມ​ນຸມ​ມິ​ງ​ຕິງ ແລະ ການ​ແຂ່ງ​ຂັນ​ແລ່ນ ຂະ​ບວນ​ການ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026. ດ້ວຍ​ຫົວ​ຂໍ້ “​ພ້ອມ​ກັນມີຄວາມ​ຕັດ​ສິນ​ໃຈ ​ເພື່ອ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ບໍ່​ມີ​ຢາ​ເສັບ​ຕິດ”, ງານ​ຊຸມ​ນຸມ​ມິດ​ຕິງ 2026 ໄດ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ແບບ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ທິ​ແທັງ​ຈ່າ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ ໂລກ , ຢາ​ເສັບ​ຕິດ, ໂສ​ເພ​ນີ, ເນັ້ນ​ໜັກ​ວ່າ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ສື່​ສັງ​ຄົ​ມ​ອອນ​ໄລ, ການ​ຄ້າ​ເອ​ເລັກ​ໂຕ​ນິກ, ການ​ບໍ​ລິ​ການ​ສົ່ງ​ເຄື່ອງ​ໂດຍ​ໄວ ແລະ ບັນ​ດາ​ຮູບ​ແບບ​ຊຳ​ລະ​ບໍ່​ລະ​ບຸ​ຊື່ ໄດ້​ເຮັດ​ໃຫ້​ປ່ຽນ​ແປງວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ. ທ່ານ​ນາງ ຟ້າມ​ທິ​ແທັ​ງ​ຈ່າ ຊີ້​ແຈ້ງວ່າ:

"ນີ້​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ອຳ​ນາດ​ການ​ປົ​ກ​ຄອງ​ທ້ອງ​ຖິ່ນ​ກັບ​ປະ​ຊາ​ຊົນ, ແມ່ນ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ​ເພື່ອ​ສ້າງ​ປະ​ກົດ​ການ​ຢ່າງ​ແທ້​ຈິງ ແລະ ແມ່ນມ​າດ​ຖານ​ເພື່ອ​ຕີ​ລາ​ຄາ​ຄຸນ​ນະ​ພາບ​ການ​ຄຸ້ມ​ຄອງ​ທ້ອງ​ຖິ່ນ​ໃນ​ສະ​ພາບ​ການ​ໃໝ່.”

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top