• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກ​ມີ​ເກືອບ 20 ລ້ານ​ຄົນ​ຕິດ​ໂລກ​ລະ​ບາດ​ໂຄວິດ-19

ໄລ່ຮອດວັນທີ 09 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 19,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 730.000 ຄົນ, ຜູ້ຕິດເຊື້ອໂຄວິດທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 12,7 ລ້ານຄົນ.

(ພາບປະກອບ: TTXVN)

ສະພາບໂລກລະບາດຢູ່ລາຍປະເທດຄື ອາເມລິກາ, ບຣາຊິນ ແລະ ອິນເດຍ ຍັງສັບສົນຢູ່ ແລະ ຈຳນວນຜູ້ຕິດເຊື້ອບໍ່ທັນມີສັນຍານຫຼຸດລົງເທື່ອ.

ໃນຈຳນວນຜູ້ຕິດເຊື້ອໂຄວິດ-19 ເກືອບ 20 ລ້ານຄົນ, ອາເມລິກາ ຜູ້ຕິດເຊື້ອໂຄວິດ-19 ເກືອບ 5 ລ້ານຄົນ, ກວມເອົາ ¼, ຜູ້ຕິດເຊື້ອໂຄວິດໃນທົ່ວໂລກ.

ບຣາຊິນ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ 2 ໃນໂລກ, ຖັດຈາກອາເມລິກາ. ໄລ່ຮອດຕອນເຊົ້າວັນທີ 09 ສິງຫາ, ບຣາຊິນ ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 3 ລ້ານຄົນ ແລະ ມີຜູ້ເສຍຊີວິດ 100.000 ຄົນ.

ປະຈຸບັນ ຟີລິບປິນ ແມ່ນປະເທດມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 7.000 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 950 ຄົນ, ຫຼາຍທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top