• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 86 ລ້ານຄົນ

      ອັງກິດພວມແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ຢູ່ເອີລົບ ໃນຂະນະທີ່ວັນທີ 4 ມັງກອນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ນີ້ ຂຶ້ນເຖິງ 58.784 ຄົນ ແລະ ຜູ້ເສຍຊີວິດ 407 ຄົນ.

ພະນັກງານສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຢູ່ປັກກິ່ງ ປະເທດຈີນ ໃນວັນທີ 3 ມັງກອນ 2021 (ພາບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometers.infor ແລ້ວ, ໄລ່ຮອດເວລາ 10 ໂມງຂອງວັນທີ 5 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - ລວມທັງໝົດກ່ວາ 86 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 1,86 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 21.325.012 ຄົນ ແລະ ມີຜູ້ເສຍຊີວິດ 361.814 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
        ໃນຂະນະນັ້ນ, ອັງກິດພວມແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ຢູ່ເອີລົບ ໃນຂະນະທີ່ວັນທີ 4 ມັງກອນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ນີ້ ຂຶ້ນເຖິງ 58.784 ຄົນ ແລະ ຜູ້ເສຍຊີວິດ 407 ຄົນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top