• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວປະເທດປະຢັດໄຟຟ້າໄດ້ເຖິງ 309.000 Kwh ພາຍຫຼັງມອດໄຟ 1 ຊົ່ວໂມງຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກ 2022

ໂມງໜ່ວຍໂລກ ແມ່ນຂໍ້ລິເລີ່ມຂອງອົງການອະນຸລັກຮັກສາທຳມະຊາດສາກົນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຢັດພະລັງງານໃນທົ່ວໂລກ.
  ທົ່ວປະເທດໄດ້ປະຢັດໄຟຟ້າໄດ້ 309.000 kWh (ພາບ: TTXVN)  

 ຕາມຂໍ້ມູນຂ່າວສານຈາກສູນດັດປັບລະບົບໄຟຟ້າແຫ່ງຊາດແລ້ວ, ໂດຍຜ່ານການຕິດຕາມຂໍ້ມູນກ່ຽວກັບການນຳໃຊ້ໄຟຟ້າ, ພາຍຫຼັງມອດໄຟພາຍໃນ 1 ຊົ່ວໂມງ ເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 2022 (ແຕ່ 20h30-21h30 ໃນວັນທີ 26/3/2022), ທົ່ວປະເທດໄດ້ປະຢັດໄຟຟ້າໄດ້ 309.000 kWh (ເທົ່າກັບຈຳນວນເງິນປະມານ 576,1 ລ້ານດົງ). ໂມງໜ່ວຍໂລກ ແມ່ນຂໍ້ລິເລີ່ມຂອງອົງການອະນຸລັກຮັກສາທຳມະຊາດສາກົນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຢັດພະລັງງານໃນທົ່ວໂລກ. ບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກ ຢູ່ ຫວຽດນາມ ໂດຍກອງທຶນອະນຸລັກຮັກສາທຳມະຊາດ ສາກົນ ປຸກລະດົມ ໄດ້ດຶງດູດຄວາມສົນໃຈ, ຕອບສະໜອງຢູ່ 63 ແຂວງ, ນະຄອນ ພ້ອມດ້ວຍປະຊາຊົນທຸກຊັ້ນວັນນະ, ໃນນັ້ນ ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ກໍແມ່ນໜຶ່ງໃນບັນດາຫົວໜ່ວຍພົ້ນເດັ່ນ ທີ່ຍາມໃດກໍເອົາໃຈໃສ່ ແລະ ໃຫ້ການສົມທົບຢ່າງຕັ້ງໜ້າເພື່ອປະຕິບັດໂຄງການດັ່ງກ່າວໄດ້ເປັນຢ່າງດີ. 


(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top