• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຳນຽບຂາວປົກປ້ອງລັດຖະດຳລັດຫ້າມເຂົ້າເມືອງຊົ່ວຄາວຂອງປະທານາທິບໍດີອາເມລິກາ D.Trump

ທ່ານ Sean Spicer, ເລ​ຂາ​​ດ້ານ​ການ​ຂ່າວຂອງ​ທຳ​ນຽບ​ຂາວ 
(ພາບ: EPA/TTXVN)
           ວັນ​ທີ 31/1, ທ່ານ Sean Spicer, ເລ​ຂາ​​ດ້ານ​ການ​ຂ່າວຂອງ​ທຳ​ນຽບ​ຂາວ ໄດ້​ປະ​ກາດ​ວ່າ: ລັດ​ຖະ​ດຳ​ລັດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເຊິ່ງ​ຫ້າມ​ຊາວ​ອົບ​ພະ​ຍົບ ກໍ່​ຄື​ປະ​ຊາ​ຊົນ​ຢູ່ 7 ປະ​ເທດ​ມີ​ຊາວ​ມຸດ​ສ​ະ​ລິມກວມ​ອັດ​ຕາສ່ວນຫຼາຍ​​ເຂົ້າ​ໄປ ອາ​ເມ​ລິ​ກາ ​ນັ້ນ ບໍ່​ແມ່ນ​ວ່າ “ຄຳ​ສັ່ງ​ຫ້າມ​ເຂົ້າ​ເມືອງ”. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ, ທ່ານ Spicer ໄດ້​ຖິ້ມ​ໂທດ​ໃສ່ບັນ​ດາ​ພາ​ຫະ​ນະ​ສື່​ມວນ​ຊົນ ຖື​ນະ​ໂຍ​ບາຍ​ທີ່​ພວມກໍ່​ຄວາມ​ຜິດ​ຖ​ຽງ​ກັນ​ນີ້​ແມ່ນ “ຄຳ​ສັ່ງ​ເກືອດ​ຫ້າມ”. ທ່ານຢັ້ງ​ຢືນ​ວ່າ: ລັດ​ຖະ​ດ​ຳ​ລັດ ຂອງ​ທ່ານ Trump “ບໍ່​ແມ່ນ​ຄຳ​ສັ່ງ​ເກືອດ​ຫ້າມສຳ​ລັບ​ຊາວ ມຸດ​ສະ​ລິມ ຫາກ​ພຽງ​ແຕ່​ແມ່ນ​ກົນ​ໄກ​ພິ​ຈາ​ລະ​ນະຊີ​ວະ​ປະ​ຫວັດ​ເພື່ອ​ແນ​ໃສ່​​ປົກ​ປ້ອງ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ ປອດ​ໄພ”.
        ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ຍົກ​ເລີກ​ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ຜູ້​ນຳ ສ​ປ​ຊ ໄດ້​ຢັ້ງ​ຢືນ​ວ່າ ​ບັນ​ດາປະ​ເທດ​ມີ​ສິດ​ສະ​ກັດ​ກັ້ນ​ການ​​ແຊ​ກຊຶມ​ເຂົ້າ​​ເມືອງຂອງ​ອົງ​ການກໍ່​ການ​ຮ້າຍ, ແຕ່ບໍ່​ໄດ້​ອີງ​ໃສ່​ການ​ຈຳ​ແນກ​​ປະ​ພຶດ​ກ່ຽວ​ຂ້ອງ​ເຖິງ​ສາ​ສະ​ໜາ, ​ເຊື້ອ​ຊາດ​ຜິວ​ພັນ ຫຼື ສັນ​ຊາດ​ຂອງບ​ຸກ​ຄົນ. ທ່ານ​ໄດ້​ສະ​ແດ​ງ​ຄວາມ​ວິ​ຕ​ົກ​ວັງ​ວົນ​​ວ່າ ຈະ​ນັບ​ມື້​ນັບ​ມີຫຼາຍ​ດ້ານ​ຊາຍ​ແດນ​ຖືກ​ອັດ​ປະ​ຕູ​ສຳ​ລັບ​ຂະ​ບວນ​ຊາວ​ອົບ​ພະ​ຍົບ​ທີ່​ລີ້ຕົວ​​ຈາກ​ບັນ​ດາ​ການ​ປະ​ທະ​ກັນ ແລະ ສະ​ພາບ​ກາ​ນ​ຖືກ​ປາບ​ປາມ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ສິ່ງ​ດັ່ງ​ກ່າວ​ແມ່ນ​ລະ​ເມີດ​ກົດ​ໝາ​ຍ​ສາ​ກົນ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຊາວ​ອົບ​ພະ​ຍົບ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top