• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານເຮືອເຂດ 5 ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນບຸນເຕັດ ທະຫານ ແລະ ປະຊາຊົນເກາະຢູ່ເຂດຕາເວັນຕົກພາກໃຕ້

ຕາມ ພົນເຮືອເອກ ຫງວຽນຫືວທວານ, ກຳມະການການເມືອງເຂດ 5 ທະຫານເຮືອ ແລ້ວ, ໄລຍະຜ່ານມາ, ພະນັກງານ, ນັກຮົບຂອງເຂດ 5 ທະຫານເຮືອ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນ, ຊ່ວຍເຫຼືອ, ຮ່ວມເດີນທາງຂອງຫຼາຍທ້ອງຖິ່ນ, ຫົວໜ່ວຍໃນທົ່ວປະເທດ.
ການພົບປະພະນັກງານ, ນັກຮົບ, ບັນດາກຳລັງ ແລະ ປະຊາຊົນໃນບັນດາເກາະຢູ່ເຂດຕາເວັນຕົກພາກໃຕ້ (ພາບ: qdnd.vn)

ຕອນບ່າຍວັນທີ 15 ມັງກອນ, ຢູ່ກອງບັນຊາການເຂດ 5 ທະຫານເຮືອ, ນະຄອນ ຝູກວັກ, ແຂວງ ກຽນຢາງ, ໄດ້ຈັດການພົບປະກັບຄະນະຜູ້ແທນທີ່ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ລະດົມກຳລັງໃຈພະນັກງານ, ນັກຮົບ, ບັນດາກຳລັງ ແລະ ປະຊາຊົນໃນບັນດາເກາະຢູ່ເຂດຕາເວັນຕົກພາກໃຕ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024. ຕາມ ພົນເຮືອເອກ ຫງວຽນຫືວທວານ, ກຳມະການການເມືອງເຂດ 5 ທະຫານເຮືອ ແລ້ວ, ໄລຍະຜ່ານມາ, ພະນັກງານ, ນັກຮົບຂອງເຂດ 5 ທະຫານເຮືອ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນ, ຊ່ວຍເຫຼືອ, ຮ່ວມເດີນທາງຂອງຫຼາຍທ້ອງຖິ່ນ, ຫົວໜ່ວຍໃນທົ່ວປະເທດ. ນີ້ແມ່ນການລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພະນັກງານ, ນັກຮົບ ມີຄວາມອຸ່ນອ່ຽນໃຈປະຕິບັດງານ, ເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍຕາງໜ້າໃຫ້ຄະນະຜູ້ແທນ 10 ແຂວງ, ນະຄອນ ທາງພາກໃຕ້: ທະນາຄານ Agribank, ບັນດາວິສາຫະກິດ, ສະໂມສອນ “ໄວໜຸ່ມເພື່ອທະເລ, ໝູ່ເກາະ ບ້ານເກີດເມືອງນອນ; ການນຳ, ນັກຂ່າວຂອງບັນດາອົງການສຳນັກຂ່າວສານສູນກາງ, ທ້ອງຖິ່ນ, ທ່ານ ດັ້ງວັນຈິ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຫວີງລອງ, ຢັ້ງຢືນວ່າ: ບັນດາທ້ອງຖິ່ນຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວມຸ່ງໄປເຖິງທະເລ, ໝູ່ເກາະຂອງບ້ານເກີດເມືອງນອນດ້ວຍວຽກງານທີ່ມີຄວາມໝາຍ, ແທດຈິງ ເພື່ອລະດົມພະນັກງານ, ນັກຮົບປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top