• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານປ້ອງກັນຊາຍແດນ ແຂວງ ເຊີນລາ ມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ກຳລັງທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ເພີ່ມທະວີ, ປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍ.
ດ່ານຄວບຄຸມໂລກລະບາດ ຢູ່ ຈ່ຽງອນ (ພາບ: TTXVN)
         ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ຢູ່ ລາວ, ກຳລັງທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ເພີ່ມທະວີ, ປົກປັກຮັກສາເສັ້ນຊາຍແດນ, ສະກັດກັ້ນບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍ. ຮ້ອຍໂທ ຫງວຽນວັນແຄ໊ງ ຮອງຫົວໜ້າດ່ານຄວບຄຸມປະສົມ ດ່ານຊາຍແດນ ຈ່ຽງເຄືອງ  ໃຫ້ຮູູ້ວ່າ:
        ເສັ້ນຊາຍແດນ ເຊິ່ງດ່ານຄວບຄຸມຂອງພວກຂ້າພະເຈົ້າຮັບຜິດຊອບ ແມ່ນມີທາງດິນ, ພູມີສັນຖານສັບສົນ, ພິເສດແມ່ນປະຊາຊົນດຳລົງຊີວິດຢູ່ຕິດກັບຊາຍແດນກໍຫຼາຍ ສະນັ້ນ ກໍມີຄວາມຫຍຸ້ງຍາກຫຼາຍຢ່າງໃນວຽກງານຄຸ້ມຄອງ. ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າກໍນໍາໃຊ້ສຸດຄວາມສາມາດຂອງຕົນ ເພື່ອຈຳກັດສະພາບກໍລະນີເກີດການຂ້າມຊາຍແດນຢ່າງຜິດກົດໝາຍ”.
        ຕາແສງ ຈ່ຽງເຄືອງ ມີເສັ້ນຊາຍແດນຕິດກັບ ລາວ ລວມຄວາມຍາວກວ່າ 20 ກີໂລແມັດ. ເພາະສະນັ້ນ, ນັບແຕ່ເດືອນ ກຸມພາ 2020, ພະນັກງານນັກຮົບ ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ໄດ້ປະຈຳການທັງເວັນທັງຄືນ, ບໍ່ວ່າຈະເປັນວັນພັກຫຼືວັນບຸນ ແລະ ຕັ້ງຫຼາຍຈຸດປ້ອງກັນ, ສະກັດກັ້ນໂລກລະບາດ, ປ່ຽນໄປໄປລາດຕະເວນຢ່າງເປັນປະຈຳ ເພື່ອສະກັດກັ້ນໂລກລະບາດ.
        ປັດຈຸບັນ, ກຳລັງທະຫານປ້ອງກັນຊາຍແດນ ແຂວງ ເຊີນລາ ຍັງສືບຕໍ່ຮັກສາ 31 ໜ່ວຍງານກວດກາແບບຄົງທີ່ ແລະ ເຄື່ອນທີ່ຕາມທາງດິນຂ້າມຊາຍແດນ ແລະ ດ່ານ ເພື່ອປະຕິບັດໜ້າທີ່ຄວບຄູ່ ທັງປົກປັກຮັກສາຊາຍແດນ, ທັງຄວບຄຸມຄົນເຂົ້າອອກເມືອງ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top