• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະຫານຍິງມວກເບເລຂຽວ ຫວຽດນາມ ຢູ່ທ່າມກາງຊາຍຮ້ອນຂອງອາຟະລິກາ

ບັນດາເອື້ອຍໄດ້ ແລະ ພວມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຜ່ານນັ້ນ, ກໍ່ຊ່ວຍໃຫ້ເພື່ອນມິດສາກົນເຫັນໄດ້ວ່າ, ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ.
ທະຫານມວກເບເລຂຽວ ຫວຽດນາມ ສອນພາສາ ຝລັ່ງ ໃຫ້ແກ່ກອງທັບປະເທດປະຈຳຖິ່ນ (ພາບ: NVCC)

ປີນີ້ຄົບຮອບ 10 ປີທີ່ຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ (2014 - 2024). 10 ປີຜ່ານມາ, ບັນດານາຍ ແລະ ພົນທະຫານຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ໃນນັ້ນມີທະຫານຍິງກອງທັບປະຊາຊົນຫວຽດນາມ, ຍາມໃດກໍ່ມານະພະຍາຍາມເພື່ອນຳມາເຊິ່ງອະນາຄົດທີ່ສົດໃສກວ່າໃຫ້ແກ່ປະຊາຊົນຢູ່ບັນດາປະເທດທີ່ພວມເກີດສົງຄາມກາງເມືອງ, ຄື: ສ.ອາຟະລິກາກາງ, ສ.ຊູດັງໃຕ້ຫຼືເຂດ Abyei.

ຢູ່ສ.ອາຟະລິກາກາງ, ພັນຕີ ຫວູທິລຽນ, ທະຫານມວກເບເລຂຽວ ຫວຽດນາມ, ພວມສອນພາສາຝລັ່ງໃຫ້ແກ່ກອງທັບປະເທດປະຈຳຖິ່ນ. ເອື້ອຍລຽນແມ່ນນາຍທະຫານຜູ້ທຳອິດຂອງຫວຽດນາມທີ່ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຝຶກແອບຂອງສະຫະພາບເອີລົບຢູ່ສ. ອາຟະລິກາກາງ(EUTM RCA), ແຕ່ເດືອນ ທັນວາ 2022 ມາຮອດປະຈຸບັນ, ດ້ວຍໜ້າທີ່ບຳລຸງສ້າງໃຫ້ກອງທັບແຫ່ງຊາດ. ເມື່ອແບ່ງປັນກ່ຽວກັບວຽກງານຂອງຕົນ,  ພັນຕີ ຫວູທິລຽນ, ໃຫ້ຮູ້ວ່າ:

ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຮັດວຽກໃນສະພາບແວດລ້ອມສາກົນ. ຂ້າພະເຈົ້າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ໜຶ່ງແມ່ນສິ່ງທ້າທາຍກ່ຽວກັບດິນຟ້າອາກາດ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຂ້າພະເຈົ້າຕ້ອງປັບຕົວໃຫ້ເໝາະກັບສະພາບ. ນອກນັ້ນຂ້າພະເຈົ້າກໍ່ມີຄວາມກັງວົນຕໍ່ພະຍາດຕ່າງໆ. ທີສອງແມ່ນເຮັດວຽກໃນສະພາບນາໆຊາດ ດ້ວຍພື້ນຖານວັດທະນະທຳທີ່ແຕກຕ່າງກັນນັ້ນຮຽກຮ້ອງໃຫ້ຂ້າພະເຈົ້າຕ້ອງປັບຕົວ ແລະ ທຳຄວາມຮູ້ຈັກຢ່າງຕໍ່ເນື່ອງ. ບາງເທື່ອພາສາອັງກິດ ແລະ ພິເສດແມ່ນພາສາ ຝລັ່ງ ໄດ້ກາຍເປັນຂົວຕໍ່ຊ່ວຍໃຫ້ພວກຂ້າພະເຈົ້າໃກ້ຊິດກັນກວ່າ. ນອກນັ້ນພາສາ ຝລັ່ງ ກໍ່ຊ່ວຍໃຫ້ຂ້າພະເຈົ້າໂອ້ລົມກັບຊາວທ້ອງຖິ່ນໄດ້ງ່າຍກວ່າ”.

ກ່ອນໜ້ານັ້ນ, ກໍ່ທີ່ເຂດດິນແດນ ອາຟະລິກາກາງ ນີ້,  ຮ້ອຍເອກ  ຫວູເຍີດເຮືອງ, ນາຍທະຫານຍິງຜູ້ທີ 7 ຂອງ ຫວຽດນາມ ປະຕິບັດໜ້າທີ່ການສື່ສານຢູ່ຄະນະປະຕິບັດງານຮັກສາສະຖຽນລະພາບຫຼາຍສົ້ນຂອງສະຫະປະຊາຊາດຢູ່ ສ.ອາຟະລິກາກາງ (MINUSCA) ອາຍຸການ 2021 - 2022, ກໍ່ໄດ້ຜ່ານຜ່າສະພາບດິນຟ້າອາກາດທີ່ຮ້າຍແຮງຂອງເຂດດິນແດນ ອາຟະລິກາ.

ເດືອນ ມັງກອນ 2018, ຫວຽດນາມ ເລີ່ມຈັດສົ່ງນາຍທະຫານຍິງທຳອິດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ໄລ່ມາຮອດປະຈຸບັນ, ມີນາຍແລະ ພົນທະຫານຍິງ ຫວຽດນາມ 114 ຄົນເດີນທາງໄປຮັບໜ້າທີ່ຕາມຮູບແບບສ່ວນຕົວ ແລະ ກົມກອງ, ໃນບົດບາດເປັນນາຍທະຫານໃຫ້ຄຳປຶກສາ, ນັກສັງເກດການດ້ານການທະຫານ, ນາຍທະຫານສື່ສານ ແລະ ບັນດານາຍທະຫານຍິງຢູ່ເຂດ Bentiu ຊູດັງໃຕ້, ເຂດ Abyei ແລະ ສ.ອາຟະລິກາກາງ. ສຳລັບບັນດານາຍທະຫານຍິງ ຫວຽດນາມ ແລ້ວ, ເລື່ອງໄດ້ກາຍເປັນທະຫານໝວກເບລາຂຽວແມ່ນຄວາມເປັນກຽດທີ່ໃຫຍ່ຫຼວງ. ຮ້ອຍເອກ ຫວູເຍີດເຮືອງ, ຮູ້ວ່າ:

ໄດ້ໃສ່ໝວກເບເລຂຽວ ແລະ ນຸ່ງຊຸດທະຫານດ້ວຍແຖວຕົວໜັງສື ຫວຽດນາມ ຢູ່ເໜ້າເອິກນັ້ນຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ. ນັ້ນບໍ່ພຽງແຕ່ແມ່ນຄວາມເປັນກຽດຂອງຂ້າພະເຈົ້າເອງເທົ່ານັ້ນຫາກຍັງແມ່ນຄວາມເປັນກຽດໃຫ້ທັງຄອບຄົວ ແລະ ເພື່ອນຂອງຂ້າພະເຈົ້າອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top