• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ວັນ​ເຖິງ​ແກ້​ມໍ​ລະ​ນະ​ກຳ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 55 ປີ ຢູ່ ຝ​ລັ່ງ

ວັນທີ 31 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິງຕ່ວານທັງ , ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ຫງວຽທິເວິນແອັງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການ UNESCO ໄດ້ຖະຫວາຍທູບທຽນອາໄລຫາ ປະທານ ໂຮ່ຈີມິນ, ໃນຂອບເຂດສະຖານທູດ ຫວຽຫນາມ ປະຈຳນະຄອນຫຼວງ ປາຣີ; ໄປສວນສາທາລະນະ Montreau ຢູ່ນະຄອນ Montreuil ເພື່ອວາງພວງມາລາຢູ່ອະນຸສອນສະຖານປະທານ ໂຮ່ຈີມິນ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັງ ຖະຫວາຍທູບທຽນອາໄລຍະປະທານ ໂຮ່ຈີມິນ (ພາບ: TTXVN)

ເນື່ອງໃນໂອກາດລະນຶກເຖິງວັນເຖິງແກ່ມໍລະນະກຳຂອງປະທານ ໂຮ່ຈີມິນ (2 ກັນຍາ 1969 – 2 ກັນຍາ 2024) ແລະ 79 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ວັນທີ 31 ສິງຫາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິງຕ່ວານທັງ , ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ຫງວຽທິເວິນແອັງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການ UNESCO ໄດ້ຖະຫວາຍທູບທຽນອາໄລຫາ ປະທານ ໂຮ່ຈີມິນ, ໃນຂອບເຂດສະຖານທູດ ຫວຽຫນາມ ປະຈຳນະຄອນຫຼວງ ປາຣີ; ໄປສວນສາທາລະນະ Montreau ຢູ່ນະຄອນ Montreuil ເພື່ອວາງພວງມາລາຢູ່ອະນຸສອນສະຖານປະທານ ໂຮ່ຈີມິນ.

   ເພື່ອປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ ແລະ ຄວາມປາດຖະໜາຂອງຄົນລຸ້ນກ່ອນ, ທ່ານເອກອັກຄະລັດຖະທູດ ດິງຕວ່ານທັງ ຮຽກຮ້ອງໃຫ້ພະນັກງານສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຝລັ່ງ ພ້ອມກັນສາມັກຄີ, ສົມທົບກັນເຄື່ອນໄຫວ ເພື່ອປະຕິບັດບັນດາບັ້ນເຄື່ອນໄຫວໃໝ່ໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກ, ປະກອບສ່ວນນຳພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ.

    ຕອນເຊົ້າວັນທີ 31 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ  ຝລັ່ງ ໄດ້ຕ້ອນຮັບທ່ານ ຄຳອິນ ຄິດຈະເດັດ ເອກອັກຄະລັດຖະທູດ ລາວ ປະຈຳ ຝລັ່ງ, ມາຢ້ຽມຢາມ ແລະ ອວຍພອນວັນຊາດ ຫວຽດນາມ ທີ 2 ກັນຍາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top