ງານບຸນຖະໜົນປື້ມບຸນເຕັດປີມະເມຍ 2026 ຢູ່ນະຄອນ ໂຮ່ຈີມິນ ຫາກໍ່ອັດລົງ ໂດຍມີແຂກມາຢ້ຽມຊົມຈຳນວນກວ່າ 1 ລ້ານເທື່ອຄົນ ແລະ ບັນລຸລາຍຮັບເກືອບ 8,2 ຕື້ດົ່ງ (ກວ່າ 310.000 USD). ງານບຸນໄດ້ຈັດຂຶ້ນແຕ່ວັນທີ 15 – 22 ກຸມພາ.
ໃນເວລາ 8 ມື້ທີ່ເປີດປະຕູ, ມີປື້ມ 17.700 ຫົວຂໍ້ໄດ້ຂາຍອອກ. ສິ່ງທີ່ໜ້າສົນໃຈແມ່ນບັນດາປື້ມຂາຍດີທີ່ສຸດລວມມີ: ຫວຽດນາມ ສວຍງາມທີ່ສຸດເມື່ອມີຊື່ຂອງປະທານ ໂຮ່ຈີມິນ (ສະບັບພາສາ ອັງກິດ), ຄາວເຍົາໄວຢູ່ອິນດູຈີນ, ປະຫວັດສາດ ຫວຽດນາມ ດ້ວຍພາບ (ສະບັບພາສາອັງກິດ ແລະ ຫວຽດນາມ).
ມີຈຸດຄວາມງາມມະນຸດສະທຳທີ່ສືບຕໍ່ໄດ້ຮັບການຮັກສາໄວ້ ແລະ ມີການປ່ຽນແປງໃໝ່ໃນປີນີ້ແມ່ນ ການເຄື່ອນໄຫວມອບອັງເປົາປື້ມຍາມຕົ້ນລະດູບານໃໝ່. ຢູ່ທັງ 3 ເຂດຂອງງານບຸນ, ມີປື້ມ, ໜັງສືພິມ, ວາລະສານເກືອບ 2.000 ຫົວໄດ້ມອບໃຫ້ປະຊາຊົນ.







