• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະຫວາຍທູບທຽນ ອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ລາວ

ລຸ້ນຄົນປະຈຸບັນຂອງທັງສອງປະເທດ ຫວຽດນາມ - ລາວ ໝັ້ນໝາຍເສີມຂະຫຍາຍມູນເຊື້ອບໍ່ຍອມຈຳນົນຂອງລຸ້ນພໍ່ລຸ້ນອ້າຍທີ່ມີມາກ່ອນນັ້ນ, ພ້ອມກັນສູ້ຊົນຮ່ຳຮຽນ.
ພິທີຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານທະຫານປະສົມຕໍ່ສູ້ ລາວ - ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫາຍເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ), ວັນທີ 26 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າ ລາວ ແລະ ບັນດາອົງການກ່ຽວຂ້ອງ ຈັດພິທີຖະຫວາຍທູບທຽນ ອາໄລຫາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູຊະນີຍະສະຖານທະຫານປະສົມຕໍ່ສູ້ ລາວ - ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ ແລະ ເຂດປູຊະນີຍະສະຖານບ້ານ ຜາຊ້າງເມືອງ ກາສີ, ແຂວງ ວຽງຈັນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ເລຍໍແທກ, ທີ່ປຶກສາ ສະຖານທູດ ຫວຽດນາມ ປະຈຳລາວ, ເນັ້ນໜັກວ່າ:

“ລຸ້ນຄົນປະຈຸບັນຂອງທັງສອງປະເທດ ຫວຽດນາມ - ລາວ ໝັ້ນໝາຍເສີມຂະຫຍາຍມູນເຊື້ອບໍ່ຍອມຈຳນົນຂອງລຸ້ນພໍ່ລຸ້ນອ້າຍທີ່ມີມາກ່ອນນັ້ນ, ພ້ອມກັນສູ້ຊົນຮ່ຳຮຽນ, ເຮັດວຽກດ້ວຍຜົນງານສູງສຸດເພື່ອສ້າງສາປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ຜ່ານນັ້ນ, ກໍ່ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ສວຍສົດງົດງາມຕະຫຼອດໄປ”.

 

(ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top