• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະຫວາຍທູບທຽນບູຊາອາໄລຫາ ບັນດາເຈົ້າຊີວິດ ລາດຊະວົງຮຸ່ງ ໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ປີກຸນ 2019

      -“ຈາລຶກຄຸນງາມຄວາມດີຕໍ່ບັນດາເຈົ້າຊີວິດລາດຊະວົງຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ

ຜູ້ແທນ ແລະ ປະຊາຊົນ ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດລາດຊະວົງ ຮຸ່ງ (ພາບ: Trung Kiên/TTXVN)
      ຕອນຄໍ່າວັນທີ 04 ກຸມພາ (ກົງກັບວັນທີ 30 ບຸນເຕັດປີກຸນ 2019), ໃນບັນຍາກາດທີ່ສັກສິດຍາມຕົ້ນລະດູບານໃໝ່, ຢູ່ວັງ ກິ໊ງທຽນ ເທິງພູ ເຫງຍຫຼິງ ໃນເຂດປູຊະນີຍະສະຖານປະຫວັດສາດ ລະດັບຊາດ ພະວິຫານຮຸ່ງ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ແນວໂຮມປະເທດຊາດແຂວງຝຸເທາະ ໄດ້ດໍາເນີນພິທີຖະຫວາຍດອກໄມ້, ຈູດທູບ, ໄຕ້ທຽນບູຊາອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ. ເຊິ່ງໄດ້ດຶງດູດການເຂົ້າຮ່ວມບັນດາພະນັກງານ, ການນໍາໃນແຂວງຝຸເທາະ ພ້ອມກັບປະຊາຊົນ ພາຍໃນເຂດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ຕາງໜ້າໃຫ້ພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ທ່ານ ບຸ່ຍມິງເຈົາ ເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຝູເທາະ ໄດ້ແຈ້ງບັນດາຜົນງານ ທີ່ບັນລຸໄດ້ໃນປີທີ່ຜ່ານມາຕໍ່ບັນພະບຸລຸດ. ພາຍຫຼັງພິທີ, ບັນດາຜູ້ແທນໄດ້ວາງພວງມາລາ ເຊິ່ງຕິດແຜ່ນແຖວຕົວໜັງສື “ຈາລຶກຄຸນງາມຄວາມດີຕໍ່ບັນດາເຈົ້າຊີວິດລາດຊະວົງຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ” ຢູ່ສຸສານເຈົ້າຊີວິດຮຸ່ງ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top