• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖອດ​ຖອນ​ບົດ​ຮຽນ​ຈາກ​ສາ​ກົນ​ຢ່າງ​ຄັດ​ຈ້ອນ, ເໝາະ​ສົມ​ກັບ​ເງື່ອນ​ໄຂ, ສະ​ພາບ​ການ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045”, ເປັນປະທານວາລະປະຊຸມເທື່ອທີ 4 ຂອງຄະນະຊີ້ນຳ.

ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045”, ເປັນປະທານວາລະປະຊຸມເທື່ອທີ 4 ຂອງຄະນະຊີ້ນຳ.

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ວິວັດການສ້າງຮ່າງແຜນຮ່າງຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຍາມໃດກໍຢູ່ພາຍໃຕ້ການນຳພາຂອງພັກ, ອີງຕາມພື້ນຖານລັດທິ ມາກ - ເລນິນ  ແລະ ແນວຄິດໂຮ່ຈີມິນ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ບັນດາຜົນງານ ແລະ ປະສົບການຕົວຈິງໃນການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ຄວນຖອດຖອນບົດຮຽນຈາກສາກົນແບບມີການຄັດເລືອກ, ແທດເໝາະກັບເງື່ອນໄຂ, ສະພາບການຂອງ ຫວຽດນາມ; ຮັບປະກັນສະຖຽນລະພາບດ້ານການເມືອງ, ອະທິປະໄຕແຫ່ງຊາດ, ຮັກສາການກຳນົດທິດສັງຄົມນິຍົມ ແລະ ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ໃຫ້ນັບມື້ນັບດີກວ່າອີກ.

        “ມີບາງເນື້ອໃນລຸລ່ວງ ເຊິ່ງຄະນະຊີ້ນຳໄດ້ເອົາໃຈໃສ່, ຊາບຊຶມ ນັ້ນແມ່ນ ຕ້ອງເສີມຂະຫຍາຍປະຊາທິປະໄຕ, ຮັບຟັງບັນດາບັນຫາທີ່ມີຄວາມເຫັນແຕກຕ່າງກັນ, ຊາບຊຶມ, ເຮັດແຈ້ງສາຍພົວພັນພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ ໃຫ້ຈະແຈ້ງວ່າ. ທີສາມແມ່ນ, ຄວບຄຸມສິດອຳນາດແຫ່ງລັດໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍພັກນຳພາ ແລະ ໄດ້ລະບຸໃນໂຄງການດຳເນີນງານສ້າງສາປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ກໍຄື ເອກະສານສະບັບຕ່າງໆຂອງ ກອງປະຊຸມໃຫຍ່ຂອງພັກ ແລະ ລັດຖະທຳມະນູນປີ 2013.”

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ

Top