• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບໃບຮັບຮອງຂັບຊວານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ

      ຕອນຄ່ຳວັນທີ 03 ກຸມພາ, ຢູ່ນະຄອນວຽດຈີ່, ແຂວງຟຸທໍ້, ຄະນະກຳມະການປະຊາຊົນນະຄອນແຂວງ ຟຸທໍ້ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດພີທີຕ້ອນຮັບໃບຮັບຮອງຂອງ UNESCO ທີ່ຮັບຮອງຂັບຊວານ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ.

ຕ້ອນຮັບໃບຮັບຮອງຂັບຊວານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ
(ພາບ: TTXVN)
      ທີ່ພິທີ, ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳຫວຽດນາມ ໄດ້ມອບໃບຮັບຮອງຂອງ UNESCO ທີ່ຮັບຮອງຂັບຊວານ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕ່າງໜ້າຂອງມວນມະນຸດ.
        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເນັ້ນໜັກວ່າ, ເລື່ອງ ຂັບຊວານ ໄດ້ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ ແມ່ນການຮັບຮູ້ຂອງປະຊາຄົມສາກົນສຳລັບບັນດາຄວາມມານະພະຍາຍາມຂອງແຂວງຟຸທໍ້ ແລະ ປະຊາຄົມໃນການອະນຸລັກຮັກສາມໍລະດົກດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ອວຍພອນໃຫ້ບັນດາກອງຂັບຊວານ, ປະຊາຄົມເຂດຊຸມຊົນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ປະກອບພູມປັນຍາ, ຮ່ວມແຮງຮ່ວມໃຈອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະນີ້.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top