• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນຮັບພົນລະເມືອງ ຫວຽດນາມ 14 ຄົນທຳອິດ ທີ່ຍົກຍ້າຍມາຈາກເຂດສູ້ຮົບຮົບ Kherson ຂອງ ຢູແກຼນ ມາຍັງ ລັດເຊຍ

ວັນທີ 13 ມີນາ, ຄະນະປະຕິບັດງານສະຖານທູດ ຫວຽດນາມ ປະຈຳນະຄອນ Krasnodar ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ ນະຄອນ Krasnodar ຕ້ອນຮັບພົນລະເມືອງ 14 ຄົນ ທີ່ໄດ້ຍົກຍ້າຍມາຈາກເຂດບັ້ນຮົບຢູ່ ຢູແກຼນ ມາຍັງແຂວງ Krasnodar ຂອງ ສະຫະພັນ ລັດເຊຍ.
  ສະຖານທູດ ຫວຽດນາມ ສົມທົບກັບ ສະມາຄົມຊາວ ຫວຽດນາມ ຕ້ອນຮັບພົນລະເມືອງ ຫວຽດນາມ 14 ຄົນທຳອິດ ທີ່ຍົກຍ້າຍມາຈາກເຂດສູ້ຮົບຮົບ Kherson ຂອງ ຢູແກຼນ ມາຍັງ ລັດເຊຍ (ພາບ: TTXVN)  

 ທ່ານ ຫວູເຊີນຫວຽດ, ເລຂາທີໜຶ່ງ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ການຕ້ອນຮັບຊາວ ຫວຽດນາມ ທີ່ຍົກຍ້າຍມາຈາກ Kherson ແມ່ນສັບສົນພໍສົມຄວນ ຍ້ອນສະພາບສົງຄາມຍັງມີຄວາມເຄັ່ງຕຶງຢູ່. ຕາມທ່ານແລ້ວ, ຝ່າຍ ລັດເຊຍ ໄດ້ໃຫ້ການໜູນຊ່ວຍຢ່າງຕັ້ງໜ້າໃນການຮັບປະກັນຄວາມປອດໄພໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ໃນການຍົກຍ້າຍອອກຈາກເຂດສູ້ຮົບໄປຍັງບ່ອນທີ່ປອດໄພ.  ສະຖານທູດພ້ອມແລ້ວທີ່ຈະໜູນຊ່ວຍພໍ່ແມ່ພີ່ນ້ອງເຮັດລະບຽບການຕ່າງໆໃຫ້ສຳເລັດໃນເວລາໄວທີ່ສຸດ.


(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top