• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ຮາກ​ຖານ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ

ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນວ່າ ບັນດາແຂວງ, ນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ບັນດາຮາກຖານຜະລິດດຳເນີນທຸລະກິດ, ເຂດອຸດສາຫະກຳ, ໂຮງໝໍ, ຕະຫຼາດ, ສູນການຄ້າ.
ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 10 ພຶດສະພາ, ທີ່ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນວ່າ ບັນດາແຂວງ, ນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ບັນດາຮາກຖານຜະລິດດຳເນີນທຸລະກິດ, ເຂດອຸດສາຫະກຳ, ໂຮງໝໍ, ຕະຫຼາດ, ສູນການຄ້າ, ເປັນຕົ້ນແມ່ນ ເມື່ອກະຊວງສາທາລະນະສຸກຢັ້ງຢືນວ່າ ການລະບາດຂອງໂລກລະບາດໂຄວິດ - 19 ໄວກ່ວາໃນເຂດມິດ ແລະ ມີຄົນຫຼາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ: ການແຜ່ລະບາດຄັ້ງທີ 4 ນີ້ ມີຄວາມສັບສົນກ່ວາຫຼາຍເມື່ອທຽບໃສ່ການແຜ່ລະບາດຄັ້ງທີ 3, ຍ້ອນການປະກົດຂຶ້ນຂອງ ເຊື້ອໄວຣັດສາຍພັນໃໝ່, ພິເສດແມ່ນສາຍພັນທີ່ມາຈາກ ອິນເດຍ ໂດຍມີການຕິດເຊື້ອໄວກ່ວາ ແລະ ແຜ່ລະບາດຢ່າງແຮງກ່ວາເກົ່າ. ທ່ານກ່າວວ່າ:

ເຊື້ອໄວຣັດ SARS – CoV – 2 ສາຍພັນມາຈາກອິນເດຍ ມີການລະບາດໄວກ່ວາເມື່ອທຽບໃສ່ສາຍພັນມາຈາກ ອັງກິດ. ໃນໄລຍະທີ່ຜ່ານມາ, ສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (CDC) ໄດ້ປະກາດວ່າ ມີການຕິດເຊື້ອໄວຣັັດ ໃນອາກາດ. ເພາະສະນັ້ນ, ພວກເຮົາຕ້ອງເປັນເຈົ້າການກຽມພ້ອບກັບກໍລະນີທີ່ຮ້າຍແຮງກ່ວາ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top