
ທີ່ກອງປະຊຸມ
ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ແລະ ບັນດານັກຄຸ້ມຄອງ, ວິສາຫະກິດ, ຮາກຖານຜະລິດ, ບັນດາສະຫະສະມາຄົມ, ຂະແໜງສິນຄ້າໃນທົ່ວປະເທດເປັນຈຳນວນຫລວງຫລາຍ.
ປີ 2017, ເປັນຄັ້ງທຳອິດວົງເງິນການຄ້າຂອງ ຫວຽດນາມ ລື່ນກາຍຄາດໝາຍ 200 ຕື້ USD. ໄລ່ລວມທັງທົ່ວປີ, ການສົ່ງອອກບັນລຸໄດ້ 214 ຕື້ USD, ເພີ່ມຂຶ້ນ 21,2% ເມື່ອທຽບໃສ່ກັບປີ 2016. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ການຢຶດຄອງຕະຫລາດ, ຊຸກຍູ້ການສົ່ງອອກ ແມ່ນເສັ້ນທາງຕົ້ນຕໍ ເພື່ອໃຫ້ເສດຖະກິດ ຫວຽດນາມ ຂະຫຍາຍຕົວ. ທ່ານນາຍົກລັດຖະມົນຕີໄດ້ຍົກອອກ 5 ຄຳຖາມໃຫຍ່ສຳລັບຂະແໜງອຸດສາຫະກຳ ແລະ ການຄ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າສືບຕໍ່ຕອບ 5 ຄຳຖາມ ຊຶ່ງຂ້າພະເຈົ້າໄດ້ຍົກອອກມາ, ພິເສດແມ່ນບັນດາຄຳຖາມນີ້ ສາມາດເລືອກເຟັ້ນ, ນຳເຂົ້າໃນບັນດາເນື້ອໃນຂອງຄຳສັ່ງຄັ້ງນີ້. ນີ້ແມ່ນການຊຸກຍູ້ການສົ່ງອອກທັງໃນສະເພາະໜ້າ ແລະ ຍາວນານບົນມາດຕະການສັງລວມ. ເພາະສະນັ້ນ ຂ້າພະເຈົ້າສະເໜີໃຫ້ທຸກແຂວງ, ທຸກກະຊວງຕ້ອງມີການກຳນົດທິດສົ່ງອອກ ດ້ວຍບາດກ້າວເດີນທີ່ເໝາະສົມ.”
ຕີລາຄາສູງບັນດາຄຳຄິດເຫັນທີ່ກອງປະຊຸມ, ເປັນຕົ້ນແມ່ນຈາກບັນດາສະຫະສະມາຄົມ, ຂະແໜງສິນຄ້າ, ນັກຜະລິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
“ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ຂຸດຄົ້ນທ່າໄດ້ປຽບ ປຽບທຽບຂອງ ຫວຽດນາມ ເພື່ອເພີ່ມທະວີການສົ່ງອອກທັງດ້ານຈຳນວນ, ຄຸນນະພາບ ແລະ ມູນຄ່າເພີ່ມຂອງສິນຄ້າຢ່າງໄວ. ຄວາມສາມາດບົ່ມຊ້ອນນັ້ນ ອາດຈະເພີ່ມຂຶ້ນຢ່າງຕ່ຳສຸດແມ່ນແຕ່ 15 – 20% ໃນຊຸມປີຈະມາເຖິງ. ”
(ແຫຼ່ງຄັດຈາກ VOV)