• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳ​ຫຼວດ​ທະ​ເລ ຫວຽດ​ນາມ ຢ້ຽມ​ຢາມ, ເຮັດ​ວຽກ ແລະ ພົບ​ປະ​ແລກ​ປ່ຽນ​ກັບ​ຕຳຫຼວດທະ​ເລ ອິນ​ເດຍ

ທ່ານພົນຈັດຕະວາ ໂງບິ່ງມິງ, ຜູ້ບັນຊາການຕຳຫຼວດເຂດ 3 ຮຽກຮ້ອງໃຫ້ຄະນະປະຕິບັດງານ ແລະ ໜ່ວຍງານຕ່າງໆຂອງກຳປັ່ນ CSB 8005 ເສີມຂະຫຍາຍຄຸນທາດການເມືອງເປັນຢ່າງດີ, ມີຈິດໃຈຄວາມຮັບຜິດຊອບຢູ່ລະດັບສູງສຸດ, ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກໃນຕະຫຼອດການເດີນເຮືອ.
ພະນັກງານ, ນັກຮົບກອງບັນຊາການຕຳຫຼວດທະເລເຂດ 2 ສົ່ງກຳປັ່ນ 8005 ເດີນທາງໄປຍັງ ອິນເດຍ

ຕອນບ່າຍວັນທີ 3 ທັນວາ, ຢູ່ນະຄອນ ຫວູງເຕົາ, ແຂວງ ບາເຣ້ຍ - ຫວູງເຕົາ, ກອງບັນຊາການຕຳຫຼວດເຂດ 3 (ຕຳຫຼວດທະເລ ຫວຽດນາມ) ໄດ້ຈັດຕັ້ງການນຳສົ່ງ ກຳປັ່ນ CSB 8005 ພ້ອມກັບຄະນະປະຕິບັດງານຕຳຫຼວດທະເລ ຫວຽດນາມ ໂດຍທ່ານພັນເອກ ຫງວຽນມິງແຄ້ງ - ຮອງຜູ້ບັນຊາການ - ເສນາທິການໃຫຍ່ ກອງບັນຊາການຕຳຫຼວດເຂດ 3 ເປັນຫົວໜ້າຄະນະ, ຂຶ້ນເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນກັບຕຳຫຼວດທະເລ ອິນເດຍ.

ກ່າວຄຳເຫັນມອບໜ້າທີ່ໃຫ້ແກ່ຄະນະປະຕິບັດງານ, ທ່ານພົນຈັດຕະວາ ໂງບິ່ງມິງ, ຜູ້ບັນຊາການຕຳຫຼວດເຂດ 3 ຮຽກຮ້ອງໃຫ້ຄະນະປະຕິບັດງານ ແລະ ໜ່ວຍງານຕ່າງໆຂອງກຳປັ່ນ CSB 8005 ເສີມຂະຫຍາຍຄຸນທາດການເມືອງເປັນຢ່າງດີ, ມີຈິດໃຈຄວາມຮັບຜິດຊອບຢູ່ລະດັບສູງສຸດ, ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກໃນຕະຫຼອດການເດີນເຮືອ ແລະ ວິວັດການປະຕິບັດໜ້າທີ່. ພ້ອມກັນນັ້ນແມ່ນຄົ້ນຄ້ວາ, ສະສົມຄວາມຮູ້ຢ່າງຮອບດ້ານ, ສົ່ງສານກ່ຽວກັບ ກຳລັງຕຳຫຼວດທະເລ ຫວຽດນາມ, ປະເທດຊາ ແລະ ຊາວຫວຽດນາມ ທີ່ມີຄວາມຮັກຫອມສັນຕິພາບ ແລະ ປາດຖະໜາຢາກ ພ້ອມກັບກຳລັງປະຕິບັດຢູ່ທະເລຂອງບັນດາປະເທດ ສ້າງເຂດທະເລແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top