• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອບ​ສະ​ໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ ໃຫ້​ເໝ​າ​ະ​ສົມ​ກັບ​ຂ​ໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ບັນດາທ້ອງຖິ່ນມີຫົວຄິດປະດິດສ້າງ, ໄດ້ປ່ຽນແປງໃໝ່ວິທີການປະຕິບັດ, ຮູບການເຜີຍແຜ່ໂຄສະນາສື່ສານ,  ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອນຳຫົວຂໍ້, ສານ ຂອງເດືອນກະທຳເພື່ອສິ່ງແວດລ້ອມ ຕອມສະໜອງວັນສິ່ງແວດລ້ອມ ໂລກ (5 ມິຖຸນາ).
ສະມາຊິກຊາວໜຸ່ມແຂວງ ຝຸອຽນ ເຂົ້າຮ່ວມການເກັບຂີ້ເຫຍື້ອ ຢູ່ເຂດທະເລ ຮ່ອນອຽນ (ພາບ: TTXVN)

ຕາມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແລ້ວ, ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນນັ້ນ, ເລື່ອງຈັດຕັ້ງເດືອນກະທຳເພື່ອສິ່ງແວດລ້ອມ ຕອບສະໜອງວັນສິ່ງແວດລ້ອມແຫ່ງຊາດ (ຄືວັນທີ 5 ມິຖຸນາ) ຕ້ອງເໝາະສົມກັບກັບຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ພວມໄດ້ຮັບການປະກາດໃຊ້. ຄຳຂວັນສື່ສານຂອງເດືອນກະທຳເພື່ອສິ່ງແວດລ້ອມຕອບສະໜອງວັນສິ່ງແວດລ້ອມໂລກປີ 2021 ລວມມີ: “ໜ່ວຍໂລກຕ້ອງການມີພວກເຮົາ! ຈົ່ງຮ່ວມມືກັນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”, “ຈົ່ງນຳໃຊ້ເຄື່ອງອຸປະກອນຈາກວັດສະດຸຜະລິດຄືນໃໝ່”… ບັນດາທ້ອງຖິ່ນມີຫົວຄິດປະດິດສ້າງ, ໄດ້ປ່ຽນແປງໃໝ່ວິທີການປະຕິບັດ, ຮູບການເຜີຍແຜ່ໂຄສະນາສື່ສານ,  ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອນຳຫົວຂໍ້, ສານ ຂອງເດືອນກະທຳເພື່ອສິ່ງແວດລ້ອມ ຕອມສະໜອງວັນສິ່ງແວດລ້ອມ ໂລກ (5 ມິຖຸນາ), ເປັນການສ້າງກຳລັງແຮງແຜ່ຂະຫຍາຍ, ກໍ່ຜົນກະທົບຢ່າງແຮງຕໍ່ຄວາມຮັບຮູ້ຂອງປະຊາຄົມ, ຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຟື້ນຟູລະບົບຊີວະພາບ.   
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top